5 ເສັ້ນທາງໃນ ນວ ໄດ້ຮັບການຕິດຕັ້ງ ປ່ຽນຖ່າຍດອກໄຟເຍືອງທາງ

0
764

ລັດວິສາຫະກິດໄຟຟ້າລາວ ໄດ້ມີການຕິດຕັ້ງ, ປ່ຽນຖ່າຍດອກໄຟເຍືອງທາງ 5 ເສັ້ນທາງ ໃນນະຄອນຫຼວງວຽງຈັນ (ນວ) ເພື່ອອຳນວຍຄວາມສະດວກແກ່ການສັນຈອນໄປມາໃນຍາມຄ່ຳຄືນ ແລະ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນະຄອນຫຼວງວຽງ ຈັນ ແລະ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ

ຕາມແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້, ລັດວິສາຫະກິດໄຟຟ້າລາວ ໄດ້ສົມທົບກັບຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ຈະໄດ້ຈັດຕັ້ງປະຕິບັດ ການຕິດຕັ້ງ, ປ່ຽນຖ່າຍດອກໄຟເຍືອງທາງ ຈຳນວນ 21 ເສັ້ນທາງ ໃນ ນວ. ແຕ່ໃນເບື້ອງຕົ້ນ, ພະນັກງານວິ ຊາການຝ່າຍປະຕິບັດການໄຟຟ້າ ນະຄອນຫຼວງ ໄດ້ລົງມື ປັບປຸງຮັກສາໄຟອໍານາດ ແລະ ປ່ຽນດອກໄຟເຍືອງທາງ 5 ເສັ້ນທາງຫຼັກ ຄື: ຖະໜົນ ໄກສອນພົມວິຫານ (ປະຕູໄຊ ຫາ ວົງວຽນດອນໜູນ), ຖະໜົນກໍາແພງເມືອງ (ຂົວຮ່ອງແຊງ ຫາ ວົງວຽນໜອງໄຮ),ຖະໜົດທ່າເດືອ ໄລຍະ 1 (ວົງວຽນວັດສີເມືອງ ຫາ ວົງວຽນຈີ່ ນາຍໂມ້),ຖະໜົນອາຊຽນ 3 ແຍກບ້ານອາກາດ ຫາ ຖະໜົນ 23 ສິງຫາ ແລະ ໄຟແດງຫຼັກ 6 ຫາ ວົງ ວຽນໂທລະພາບ ແຫ່ງຊາດ.

ສ່ວນທີ່ເຫຼືອ ອີກ 16 ເສັ້ນທາງ ແມ່ນຢູ່ໃນຄວາມຮັບຜິດຊອບ ຂອງຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນເປັນຜູ້ຈັດຕັ້ງປະຕິ ບັດ, ເຊິ່ງອີກບໍ່ດົນ ບັນດາເສັ້ນທາງທີ່ຂາດແສງສະຫວ່າງໃນຍາມຄ່ຳຄືນ ຈະມີຄວາມສະຫວ່າງສະໄຫວຂຶ້ນມາ ໃຫ້ປະຊາຊົນ ສັນຈອນໄປມາ ສະດວກ ສະບາຍດີຂຶ້ນກວ່າເກົ່າ.