ໃນວັນທີ 24 ກັນຍາ 2020, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 20 ໄດ້ຈັດຂຶ້ນໂດຍການເປັນປະທານ ຂອງເຈົ້າໜ້າທີ່ອາວຸໂສ ຟີລິບປີນ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ໂດຍຜ່ານລະບົບທາງໄກ,ມີຜູ້ແທນຈາກ 10 ປະເທດ ສະມາຊິກອາຊຽນເຂົ້າຮ່ວມ. ສຳລັບ ຄະນະຜູ້ແທນ ສປປ ລາວ, ນໍາໂດຍ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງ ປ້ອງກັນຄວາມສະຫງົບ, ມີ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຮັບຜິດຊອບວຽກງານຕ້ານອາຊະຍາກຳຂ້າມຊາດແຫ່ງ ສປປ ລາວ ພ້ອມຄະນະ ເຂົ້າຮ່ວມ .

ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບຄວາມພະຍາຍາມລະດັບຊາດ, ລະດັບພາກພື້ນ ແລະ ລະດັບສາກົນ ໃນການຕ້ານອາຊະຍາກຳຂ້າມຊາດ ທ່າມກາງການແພ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ປຶກສາຫາລື ກ່ຽວກັບຄວາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນງານ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສອາ ຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ສົກປີ 2010-2021. ພ້ອມດຽວກັນນີ້, ຍັງໄດ້ຄົ້ນຄວ້າ ກ່ຽວກັບບັນຫາຄົງຄ້າງຂອງກອງປະຊຸມຄັ້ງທີ່ຜ່ານມາ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ທ່າມກາງການປະກອບຄໍາເຫັນ ຂອງບັນດາປະເທດສະມາຊິກ ດ້ວຍບັນຍາກາດເພື່ອນມິດທີ່ດີ ແລະ ປະສິດທິຜົນສູງ