ຜັນຂະຫຍາຍແຜນຍຸດທະສາດ ຕ້ານຢາເສບຕິດ 9 ແຂວງພາກເໜືອ

0
1122

ໃນວັນທີ 24 ກັນຍາ ຜ່ານມາ, ທີ່ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ກອງປະຊຸມຄົ້ນຄວ້າຜັນຂະຫຍາຍ ແຜນຍຸດທະສາດການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ 2020-2025 ວິໄສທັດຮອດ 2030 ຂອງ 9 ແຂວງພາກເໜືອ ເພື່ອເປັນການປັບປຸງ-ຍົກສູງມາດຕະການຄວບຄຸມ,ສະກັດກັ້ນ ແລະ ຕ້ານຢາເສບຕິດ.ໂດຍມີ ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ພ້ອມດ້ວຍ ບັນດາຫົວໜ້າ ແລະ ຮອງກອງບັນຊາການ ປກສ 9 ແຂວງພາກເໜືອ ແລະ ຄະນະວິຊາການທີ່ກ່ຍວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ກຳນົດແຜນງານ ແລະ ຮັບຮອງເອົາເນື້ອໃນ ເອກະສານແຜນຍຸດທະສາດການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບ ຕິດ ຫຼາຍຫົວຂໍ້ ທີ່ສຳຄັນ ເປັນຕົ້ນ ແຜນງານສ້າງປັບປຸງກົດໝາຍ,ນິຕິກຳລຸ່ມກົດໝາຍ ທີ່ກ່ຽວຂອງກັບບັນຫາຢາເສບຕິດ, ແຜນງານເກັບກໍາສະຖິຕິ-ການສ້າງຖານຂໍ້ມູນຮອບດ້ານ ກ່ຽວກັບບັນຫາຢາເສບຕິດ, ແຜນງານສຶກສາອົບຮົມ ເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ,ແຜນປິ່ນປົວຟື້ນຟູສຸຂະພາບ, ຝຶກວິຊາຊີບໃຫ້ແກ່ຜູ້ຕິດຢາເສບຕິດ, ແຜນພັດທະນາທາງເລືອກທົດແທນ ການລັກລອບປູກພືດສານເສບຕິດ, ແຜນປະຕິບັດມາດຕະການດ້ານກົດໝາຍ, ແຜນຄວບຄຸມວິເຄາະ-ວິໄຈ ສານເຄມີຕົ້ນ, ພິສູດຢາເສບຕິດ, ແຜນງານພົວພັນຮ່ວມມືກັບສາກົນ,ແຜນການປັບປຸງກົງຈັກການຈັດຕັ້ງການຄວບຄຸມ ສະກັດກັ້ນ ຕ້ານຢາເສບຕິດ ແລະ ແຜນງານປະສານຮ່ວມມືກັບບັນດາກະຊວງ ແລະ ທ້ອງຖິ່ນ.

ໃນກອງປະຊຸມ, ບັນດາຜູ້ແທນ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນລາຍງານສະພາບການຜົນເດັ່ນທີ່ເກີດຂຶ້ນຢູ່ບັນດາຂອບເຂດແຂວງພາກ ເໜືອ ປະກອບມີ: ປກສ ແຂວງຫຼວງພະບາງ, ປກສ ຜົ້ງສາລີ, ປກສ ຫຼວງນໍ້າທາ, ປກສ ບໍ່ແກ້ວ, ປກສ ອຸດົມໄຊ, ປກສ ຫົວພັນ, ປກສ ຊຽງຂວາງ, ປກສ ໄຊຍະບູລີ ແລະ ປກສ ໄຊສົມບູນ.