ຖອດຖອນບົດຮຽນ ຫຼັກສູດການຮຽນ-ການສອນ ທິດສະດີການເມືອງ

0
1033

ໂຮງຮຽນທິດສະດີການເມືອງ (ຮທມ) ກົມໃຫຍ່ການເມືອງ ກະຊວງ ປກສ ຈັດກອງປະຊຸມຖອດຖອນ ບົດຮຽນກ່ຽວກັບການຈັດຕັ້ງປະຕິບັດໂຄງການຫຼັກສູດ ການຮຽນ-ການສອນທິດສະດີການເມືອງ ຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XII ແລະ ອະນຸປະລິນຍາ ການເມືອງ-ການບັນຊາ ຮຸ່ນທີ XIII ຂຶ້ນໃນວັນທີ 25 ກັນຍາ ຜ່ານມາ,ໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍ ຫົວໜ້າ-ຮອງອໍານວຍການ, ຄະນະອໍານວຍການ, ຄະນະພະແນກ ແລະ ຄູ-ອາຈານ, ແຂກຖືກເຊີນຈາກກົມກອງອ້ອມຂ້າງ ເຂົ້າຮ່ວມ.

ພັອ ຊາຍຄ່ອງ ເພັດຊະວົງ ຫົວໜ້າອໍານວຍການ ຮທມ ກ່າວວ່າ: ກອງປະຊຸມດັ່ງກ່າວ,ເປັນການເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ມີຄວາມບຸກບືນເປັນເຈົ້າການສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນໃສ່ບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດໂຄງການຫຼັກສູດ ການຮຽນການສອນທິດສະດີການເມືອງ ຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີXII ແລະ ອະນຸປະລິນຍາການເມືອງ-ການບັນຊາ ຮຸ່ນທີ XIII, ທັງຍົກໃຫ້ເຫັນດ້ານດີທີ່ເປັນພື້ນຖານ, ຈຸດອ່ອນຂໍ້ຄົງຄ້າງ ເພື່ອພ້ອມກັນດັດ ແປງແກ້ໄຂໃນຊຸດຮຽນຕໍ່ໄປ, ການປະກອບຄໍາຄິດ-ຄໍາເຫັນ ຂອງແຕ່ລະສະຫາຍໃສ່ໂຄງການຫຼັກສູດການຮຽນ-ການສອນໃຫ້ມີການພັດທະນາດີຂຶ້ນເລື້ອຍໆໃນຮຸ່ນຕໍ່ໄປ.

ກອງປະຊຸມ, ຍັງໄດ້ຄົ້ນຄວ້າຫາທິດສະດີ ຕິດພັນກັບພຶດຕິກໍາຕົວຈິງ ໝູນໃຊ້ເຂົ້າໃນຫຼັກສູດທີ່ເປັນບົດຮຽນສໍາຄັນ ສອດຄ່ອງສະພາບຕົວຈິງ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ແກ່ພະນັກງານ, ຄູ-ອາຈານ ນໍາເອົາເປັນບົດຮຽນໃນການສິດສອນ ສົ່ງຄວາມຮູ້ໄດ້ເປັນຢ່າງດີຕໍ່ການຮຽນ-ການສອນ ແລະ ໄດ້ຮັບໝາກຜົນດີຂຶ້ນ.