ກອງປະຊຸມສະຫຼຸບຖອດຖອນວຽກງານກໍ່ສ້າງຮາກຖານການເມືອງ – ພັດທະນາຊົນນະບົດ ຮອບດ້ານທົ່ວກອງທັບ ອັດລົງດ້ວຍຜົນສໍາເລັດອັນຈົບງາມ

0
1257

ວັນທີ 25 ກັນຍາ ຜ່ານມາ, ກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ໄດ້ອັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາ ຊົນນະບົດຮອບດ້ານທົ່ວກອງທັບ ຕິດພັນກັບວຽກງານ 3 ສ້າງໄລຍະ 5 ປີ ຜ່ານມາ, ພາຍຫຼັງດໍາເນີນ ເປັນເວລາ 2 ວັນ ດ້ວຍຜົນສໍາເລັດອັນຈົບງາມ ໂດຍການເປັນປະທານຂອງ ສະຫາຍ ພົຕ ສອນທອງ ພົມລາວົງ ກໍາມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນ ກາງພັກ,ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍແຂກ ຖືກເຊີນຈາກບັນດາກະຊວງ ແລະ ຜູ້ແທນທີ່ມາຈາກອົງການ, ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ມີເນື້ອໃນຄວາມໝາຍເລິກເຊິ່ງ, ບັນດາສະຫາຍແຕ່ລະຮາກຖານໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ເຮັດໃຫ້ເນື້ອໃນຕ່າງໆຂອງກອງປະຊຸມມີຄວາມອຸດົມສົມບູນ ແລະ ຖືກຕາມພຶດຕິກຳຕົວຈິງຂອງບັນດາກົມກອງທ້ອງຖິ່ນທີ່ໄດ້ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາຖານການເມືອງ ໃນໄລຍະຜ່ານມາ, ຕາມເນື້ອໃນ 4 ຄາດໝາຍໃຫ້ເປັນຮູບປະທຳຕົວຈິງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຫັນວ່າ ແຕ່ລະໜ້າວຽກມີຜົນສຳເລັດເປັນກ້າວໆ.

ໃນພິທີ, ຍັງໄດ້ຍ້ອງຍໍຜົນງານໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນທີ່ໄດ້ປະກອບສ່ວນສຳຄັນຢູ່ໃນວຽກງານກໍ່ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ ທ້າຍໄລຍະ 5 ປີ (2016-2020) ໃນນັ້ນ, ກົມກອງລວມໝູ່ໄດ້ຮັບການຍ້ອງຍໍຫຼຽນໄຊພິລາດອາດຫານ ຊັ້ນ II ຈຳນວນ 5 ກົມກອງ, ບຸກຄົນໄດ້ຮັບຫຼຽນໄຊພິລາດອາດຫານ ຊັ້ນ II ຈຳນວນ 5 ສະຫາຍ, ກົມກອງລວມໝູ່ໄດ້ຮັບຫຼຽນ ໄຊພິລະອາດຫານ ຊັ້ນ III ຈຳນວນ 5 ກົມກອງ, ບຸກຄົນໄດ້ຮັບຫຼຽນໄຊພິລະອາດຫານຊັ້ນ III ຈຳນວນ 5 ສະຫາຍ, ໃບຍ້ອງຍໍກະຊວງປ້ອງ ກັນປະເທດ ໃຫ້ກົມກອງລວມໝູ່ ຈຳນວນ 5 ກົມກອງ, ບຸກຄົນ ຈຳນວນ 5 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບໃຫ້ກົມກອງ ລວມໝູ່ ຈຳນວນ 5 ກົມກອງ ແລະ ບຸກຄົນ ຈໍານວນ 5 ສະຫາຍ.

ກອງປະຊຸມຄັ້ງນີ້, ໄດ້ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ໃຫ້ການຊີ້ທິດເຍືອງທາງຕໍ່ກອງປະຊຸມ, ໂດຍສະເພາະຢ່າງຍິ່ງໃນຊຸມປີຕໍ່ໜ້າຕ້ອງໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການ ເມືອງໜັກແໜ້ນເຂັ້ມແຂງ ແນໃສ່ຮັບປະກັນເຮັດໃຫ້ຮາກຖານມີຄວາມສະຫງົບ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ.

ພ້ອມນີ້, ຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ, ທັງກຳລັງຫຼວງ-ກໍາລັງທ້ອງຖິ່ນຕ້ອງສົມທົບແໜ້ນກັບ ອົງການປົກຄອງທຸກຂັ້ນ ແລະ ຮາກຖານປະຊາຊົນໃຫ້ເລິກເຊິ່ງແທດເຖິງ, ບົນພື້ນຖານປະຕິບັດຕາມ 2 ຮູບການ ຄື: ທາງກວ້າງ ແລະ ທາງເລິກປະຕິບັດໃຫ້ໄດ້ຄຳຂວັນທີ່ວ່າ: ກອງທັບກັບປະຊາຊົນ ຄືປາກັບນ້ຳ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ແລະ ກົມກອງຕັ້ງທັບຢູ່ບ່ອນໃດຕ້ອງໄດ້ພົວພັນສະໜິດແໜ້ນກັບ ອົງການປົກຄອງທ້ອງຖິ່ນ ແລະ ຮາກຖານ, ຕັ້ງໜ້າປຸກລະດົມຂົນຂວາຍ, ສຶກສາອົບຮົມປະຊາຊົນໃຫ້ມີຄວາມຕື່ນຕົວເປັນເຈົ້າຕົນເອງ, ມີຄວາມຫ້າວຫັນໃນການທຳມາຫາກິນຜະລິດເປັນສິນຄ້າ ແລະ ການບໍລິການ, ສ້າງລາຍໄດ້ເຂົ້າຄອບຄົວເປັນເຈົ້າການປົກປັກຮັກສາ ແລະ ສ້າງສາບ້ານຊ່ອງຂອງຕົນ, ສືບຕໍ່ຫັນເອົາພະນັກງານວິຊາການລົງສູ່ຮາກຖານນຳພາປະຊາຊົນເຮັດຕົວຈິງ ຕິດພັນກັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນເຂັ້ມແຂງ.

ຄຽງຄູ່ກັນນັ້ນ, ວຽກງານກໍ່ສ້າງບຳລຸງພະນັກງານຮາກຖານ ຢູ່ບັນດາວິທະຍາຄານ, ໂຮງຮຽນ ແລະ ກົມກອງກໍ່ຕ້ອງສ້າງໄດ້ຜູ້ທີ່ມີຄຸນສົມບັດສິນທຳປະຕິວັດໃນການໂຄສະນາ, ຊຸກຍູ້ຂົນຂວາຍເພື່ອຮັບປະກັນສະຖຽນລະພາບໃຫ້ແກ່ການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມຢູ່ຮາກຖານ ມີຄວາມເຂັ້ມແຂງ, ສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານຕາມແບບມູນເຊື້ອ, ປະຕິບັດ 3 ໜ້າທີ່ 4 ການພົວພັນສາມັກຄີຂອງກອງ ທັບ, ຕັ້ງໜ້າພັດທະນາເຂດຈຸດສຸມທີ່ມີໂຄງການຂອງລັດຖະບານ ມອບໃຫ້ ກະຊວງປ້ອງກັນປະເທດ ໃຫ້ມີປະສິດທິຜົນໃນການຄຸ້ມຄອງ.