ຄະນະພັກຮາກຖານ ຫ້ອງສັນຕິບານ ປກສ ແຂວງອັດຕະປື ສະຫຼຸບວຽກງານ 2 ໄຕມາດ ຕົ້ນປີ 2020

0
1015

ໃນວັນທີ 23 ກັນຍາ ຜ່ານມາ, ຄະນະພັກຮາກຖານຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາວຽກງານ 2 ໄຕມາດ ຕົ້ປີ 2020 ເປັນປະທານໂດຍ ສະຫາຍ ພັທ ໄຊຊະນະ ທຳມະສິດ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງສັນຕິບານ ປກສ ແຂວງອັດຕະປື,ໂດຍມີ ສະຫາຍ ພັອ ສີເວີນ ແກ້ວສີວົງສາ ກຳມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງ,ພ້ອມດ້ວຍບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ຕະຫຼອດຮອດສະມາຊິກພັກ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ສະຫາຍ ພັທ ສອນເພັດ ດວງທະວີ ຄະນະພັກຮາກຖານຫ້ອງສັນຕິບານ ປກສ ແຂວງ ໃຫ້ຮູ້ວ່າ:ໃນໄລຍະ 6 ເດືອນຕົ້ນປີ 2020, ຄະນະພັກຮາກຖານຫ້ອງສັນຕິບານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບຢ່າງເປັນປົກກະຕິ ເປັນຕົ້ນການເຜີຍແຜ່, ເຊື່ອມຊຶມເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຄະນະພັກກອງບັນຊາການ ປກສ ແຂວງ ໃນການປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງໜັກແໜ້ນ, ເອກະສານມູນເຊື້ອວັນຊາດທີ 2 ທັນວາ, ມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ, ມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແລະ ເອກະສານທີ່ສຳຄັນຕ່າງໆ ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ ແລະ ປະຊາຊົນບັນດາເຜົ່າ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຕ່າງໆ ເປັນຕົ້ນ: ວຽກງານປັບປຸງ-ກໍ່ສ້າງພັກ ດ້ານແບບແຜນວິທີນຳພາ,ວຽກງານອົງການຈັດຕັ້ງມະຫາຊົນ,ວຽກງານນະໂຍບາຍ, ວຽກງານວິຊາສະເພາະ ແລະ ວຽກງານພົວພັນຮ່ວມມືກັບຕ່າງປະເທດ.

ສຳລັບທິດທາງແຜນການໃນຕໍ່ໜ້າ,ຈະໄດ້ສຸມໃສ່ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບຢ່າງເປັນປົກກະຕິ, ສືບຕໍ່ເຮັດວຽກງານຂະຫຍາຍພັກ ໂດຍຖືເອົາຄຸນນະພາບເປັນກົກ, ຖືກຕ້ອງຕາມມາດຖານເງື່ອນໄຂຂອງສະມາຊິກພັກ ແລະ ດຳເນີນຕາມບາດກ້າວທີ່ໄດ້ກຳນົດໄວ້ໃນກົດລະບຽບພັກຢ່າງເຂັ້ມງວດ ແລະ ສືບຕໍ່ຊີ້ນຳ-ນຳພາສະມາຊິກພັກ, ພະນັກງານນັກຮົບຈັດຕັ້ງປະຕິ ບັດວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງໃຫ້ມີຜົນສຳເລັດດີຂຶ້ນ.