ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີຈູດທໍາລາຍເຄື່ອງມືຫາປາ ປະເພດມອງ ທີ່ຢຶດມາໄດ້ໃນເຂດຫວງຫ້າມຫາປາ ຈຳນວນ 17 ດາງ, ອາທິດແລ້ວນີ້, ໂດຍມີທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງໆຫົງສາ, ມີຕາງໜ້າຈາກກອງບັນຊາການທະຫານເມືອງ, ປກສ ເມືອງ ພ້ອມ ປກຊ-ປກສ, ມີຫ້ອງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານ ເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດນີ້, ທ່ານ ຫຸມແພງ ວິໄລຫົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫົງສາ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມບົດບັນທຶກກອງປະຊຸມຖອດຖອນບົດຮຽນຂອງຄະນະກຳມະການຄຸ້ມຄອງອ່າງນ້ຳເຫຼືອກ ແລະ ອ່າງນ້ຳແກນ ຮ່ວມກັບສະມາຄົມກຸ່ມຫາປາ ໃນຄັ້ງວັນທີ 24 ກໍລະກົດ 2020 ໃນການຕິດຕາມ, ກວດກາການລັກລອບຫາປາຢູ່ຂອບເຂດວັງສະຫງວນ 2 ແຫ່ງ. ດັ່ງນັ້ນ, ໃນວັນທີ 15 ເດືອນກັນຍານີ້, ຄະນະກຳມະການຄຸ້ມຄອງ ໄດ້ສົມທົບກັບກໍາລັງ ປກສ ບໍລິການປະຊາຊົນ ກຸ່ມບ້ານວຽງແກ້ວ ໄດ້ລົງເຄື່ອນໄຫວຕິດຕາມກວດກາການລັກລອບຫາປາເຂື່ອນນ້ຳເຫຼືອກ ແລະ ນ້ຳແກນ. ເຫັນວ່າ ຍັງມີຜູ້ຝ່າຝືນລັກລອບໃສ່ມອງຫາປາ ແລະ ສາມາດຢຶດມອງໄດ້ ຈຳນວນ 17 ດາງ ແຕ່ບໍ່ພົບເຫັນເຈົ້າຂອງມອງ.

ພ້ອມນີ້, ຍັງກວດພົບເຫັນເຮືອທີ່ໃຊ້ເຂົ້າໃນການຫາປາ ຈຳນວນ 5 ລຳ. ໃນນີ້, ກວດພົບເຫັນຢູ່ອ່າງນ້ຳເຫຼືອກຈຳນວນ 4 ລຳ ແລະ ກວດພົບເຫັນຢູ່ອ່າງນ້ຳແກນ 1 ລຳ, ເຊິ່ງເຈົ້າໜ້າທີ່ ຍັງຈະສືບຕໍ່ຕິດຕາມຜູ້ເຄື່ອນໄຫວກະທໍາຜິດມາແກ້ໄຂຕາມລະບຽບການ.