ຝຶກການຂຽນຄຳຕັດສິນ ໃຫ້ຜູ້ພິພາກສາ ທົ່ວປະເທດ

0
789

ສານປະຊາຊົນສູງສຸດ ເປີດຝຶກອົບຮົມການຂຽນຄຳຕັດສິນໃຫ້ຜູ້ພິພາກສາທົ່ວປະເທດ ໃນວັນທີ 28 ກັນຍາ ນີ້, ເປັນປະທານໂດຍ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ມີ ທ່ານ ຣີຊາດ ຟີລິບປາ ຫົວໜ້າສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ຣາຊະອານາຈັກລຸກຊໍາບວກ, ພ້ອມດ້ວຍບັນດາຫົວໜ້າ-ຮອງກົມ, ຜູ້ພິພາກສາ, ຫົວໜ້າຄະນະສານ ແລະ ສານປະຊາຊົນພາກກາງ ເຂົ້າຮ່ວມ.

ທ່ານ ບຸນຂວາງ ທະວີສັກ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້, ເປັນຂີດໝາຍໃໝ່ທີ່ມີຄວາມສຳຄັນພິເສດ ເພື່ອປັບປຸງຍົກສູງຄຸນນະພາບ ຂອງຜູ້ພິພາກສາໃຫ້ມີຄວາມເປັນເອກະພາບ ໃນການຕັດສິນຄະດີຖືກຕ້ອງຕາມແບບຟອມທີ່ກຳນົດ, ໂດຍສະເພາະ ພາກສະເໜີ, ພາກເນື້ອຄະດີ, ພາກວິນິດໃສ, ພາກຄໍາຕັດສິນ, ເນື້ອໃນຮ່າງຄຳຕັດສິນ ຕ້ອງສ່ອງແສງໃຫ້ເຫັນເຖິງການແກ້ໄຂ ຫຼື ຕອບຄຳຮ້ອງ ຂອງຄູ່ຄວາມໃຫ້ໄດ້, ມີຫຼັກຖານຢັ້ງຢືນຊັດເຈນ, ອ່ານແລ້ວເຂົ້າໃຈງ່າຍ,ຖືກຕ້ອງຕາມມາດຕາຂອງກົດໝາຍ, ສາມາດຈັດຕັ້ງປະຕິບັດຄໍາຕັດສິນ ແລະ ນໍາໄປເຜີຍ ແຜ່ຢູ່ພາຍໃນສານຂອງຕົນໄດ້ຢ່າງຖືກຕ້ອງ. ຊຸດຝຶກອົບຮົມ ມີ ນັກສໍາມະນາກອນ ທັງໝົດ 57 ທ່ານ ຍິງ 9 ທ່ານ, ໃຊ້ເວລາ 5 ວັນ ເຊິ່ງຈະໄດ້ຮຽນຮູ້ແບບການຂຽນຄຳຕັດສິນ ຂອງບາງປະເທດໃນພາກພື້ນ, ໂຄງຮ່າງຄຳຕັດສິນຄະດີແພ່ງ ແລະ ຄະດີອາຍາ, ຮັບຟັງການແນະນຳ ແລະ ສະເໜີກ່ຽວກັບຈັນຍາບັນ-ຈັນຍາທຳ ຂອງຜູ້ພິພາກສາ.