ກອງປະຊຸມທາງໄກ ກະຊວງປ້ອງກັນປະເທດ ລາວ – ອົດສະຕຣາລີ

0
1146

ໃນວັນທີ 25 ກັນຍາ ຜ່ານມາ, ກະຊວງປ້ອງ ກັນປະເທດແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ອົດສະຕຣາລີ ໄດ້ຈັດກອງປະຊຸມທາງໄກຂຶ້ນ, ຝ່າຍລາວນໍາໂດຍ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຝ່າຍ ອົດສະຕຮາລີ ນຳໂດຍທ່ານ ນາງ ລິນດາ ເຣນໍ ລັດຖະມົນ ຕີກະຊວງ ປ້ອງກັນປະເທດ ອົດສະຕຣາລີ, ພ້ອມດ້ວຍ ຄະນະທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມລະຫວ່າງ ສອງລັດຖະມົນຕີ ກະຊວງປ້ອງກັນປະເທດຄັ້ງນີ້, ທັງສອງຝ່າຍໄດ້ແຈ້ງສະພາບກ່ຽວກັບການສະກັດກັ້ນພະຍາດໂຄວິດ -19 ຢູ່ພາຍໃນປະເທດຂອງຕົນ ໃຫ້ກັນ ແລະ ກັນຊາບ ແລະ ໃນໂອກາດ ດຽວກັນນີ້, ທັງສອງ ຝ່າຍໄດ້ປຶກສາຫາລືບົດບັນທຶກຄວາມເຂົ້າໃຈ ດ້ານວຽກການກໍ່ສ້າງພະນັກງານພາສາອັງກິດ ເພື່ອຍົກລະດັບຂອບເຂດການຮ່ວມມື ລະຫວ່າງສອງກອງທັບ ລາວ-ອົດສະຕຣາລີ ໃຫ້ດີຂຶ້ນ, ທັງສອງກະຊວງ ມີຄວາມຍິນດີຮ່ວມກັນຄົ້ນຄວ້າການສ້າງຕັ້ງ ຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດອົດສະຕຣາລີ ປະຈໍາ ສປປ ລາວ ແລະ ຫ້ອງການທູດຝ່າຍ ປ້ອງກັນຊາດລາວ ປະຈຳ ອົດສະຕຣາລີ ໃນຕໍ່ໜ້າ. ພ້ອມກັນນີ້,ຍັງໄດ້ປຶກສາຫາລືກ່ຽວກັບການຖອດຖອນບົດຮຽນສອງຝ່າຍ ແລະ ຝ່າຍກອງທັບປະຊາຊົນລາວ ຍິນດີສົ່ງຄະນະຜູ້ແທນເຫຼົ່າຮົບເສນາຮັກ ໄປຢ້ຽມຢາມຖອນຖອນບົດຮຽນ ຢູ່ສະຖາບັນມາເລເລຍ ແລະ ສະຖາບັນກ່ຽວກັບພະຍາດຕິດແປດ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ຂອງອົດສະຕຣາລີ ຕາມການເຊື້ອເຊີນຂອງຝ່າຍອົດສະຕຣາລີ.

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈທີ່ທາງລັດຖະບານ ກໍຄື ກະຊວງປ້ອງກັນປະເທດອົດສະຕຣາລີ ສືບຕໍ່ໃຫ້ທຶນການສຶກສາ ແລະ ຝຶກອົບຮົບດ້ານພາສາອັງກິດໃຫ້ນາຍທະຫານ ກອງທັບປະຊາຊົນລາວ ໃນໄລ ຍະຜ່ານມາເຫັນວ່າ ຂະແໜງການພາສາອັງກິດສາມາດຕອບສະໜອງໄດ້ຕໍ່ໜ້າທີ່ວິຊາສະເພາະການພົວພັນຮ່ວມມື.ພ້ອມກັນນີ້, ຍັງໄດ້ສະແດງຄວາມຊົມ ເຊີຍລັດຖະບານ ກໍຄື ກະຊວງປ້ອງກັນປະເທດ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນ ທີ່ ສປປ ລາວ ເປັນປະທ່ານ ຮ່ວມຂົງເຂດວຽກງານການເກັບກູ້ລະເບີດ ເພື່ອມະນຸດສະທໍາ ແລະ ກອງປະຊຸມອື່ນໆ ຈົນບັນລຸເປົ້າໝາຍຕະຫຼອດມາ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ລາວ-ອົດສະຕຣາລີ ມີບາດກ້າວອັນໃໝ່. ນອກຈາກນີ້, ຍັງໄດ້ມີຄວາມມຸ້ງໝັ້ນໃນການປະກອບສ່ວນເຂົ້າໃນວຽກງານການຮ່ວມມືອາຊຽນ ເຊັ່ນ: ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຂອງອົດສະຕຣາລີ ແລະຂົງເຂດວຽກງານອື່ນໆ.