ຝຶກວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ ປກສ 9 ເມືອງ

0
853

ວັນທີ 28 ກັນຍາ ນີ້, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ຈັດຝຶກອົບຮົມວຽກງານປ້ອງກັນສະກັດກັ້ນ ແລະ ຕ້ານອັກຄີໄພ ໄລຍະສັ້ນໃຫ້ບັນດາຜູ້ຊີ້ນໍາ ແລະ ເຈົ້າໜ້າທີ່ວິຊາສະເພາະ ປກສ 9 ເມືອງ.ໂດຍມີ ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ປກສ ນວ, ມີ ພັທ ວິລະພອນ ວົງຄໍາມຸນຕີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງ ປກສ, ພ້ອມດ້ວຍ ແຂກຖືກເຊີນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັທ ນາງ ບົວລະພັນ ທິລະສັກ ຫົວໜ້າຫ້ອງການເມືອງ ປກສ ນວ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດໍາເນີນເປັນເວ ລາ 5 ວັນ ( ວັນທີ 28 ກັນຍາ – 2 ຕຸລາ ນີ້ ) ໂດຍມີ ພາກທິດສະດີ 3 ວັນ ແລະ ປະຕິບັດຕົວຈິງ 2 ວັນ, ສໍາລັບເອ ກະສານທີ່ນໍາມາຝຶກອົບຮົມ ມີ 6 ບົດ ຄື: 1 ພາລະບົດບາດຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ; 2 ວຽກງານກວດກາຄວາມປອດໄພທາງດ້ານອັກຄີໄພ; 3 ວຽກງານຕ້ານອັກຄີໄພ; 4 ການຄຸ້ມຄອງຮັກສາ ແລະ ການນໍາໃຊ້ພາ ຫະນະອຸປະກອນມອດໄພ; 5 ວຽກງານກູ້ໄພ ແລະ 6 ຄວາມຮູ້ພື້ນຖານການສະກັດກັ້ນ ແລະ ຕ້ານອັກຄີໄພ.

 ການຝຶກອົບຮົມໃນຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ຂອງນັກສໍາມະນາກອນ ໃຫ້ສູງຂຶ້ນກວ່າເກົ່າ ນໍາໄປເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ ຮັບຮູ້ ແລະ ເຂົ້າຕໍ່ຜົນຮ້າຍຂອງການເກີດອັກຄີໄພ ແລະ ຊ່ວຍເຮັດໃຫ້ປະຊາຊົນມີສະຕິ,ມີຄວາມລະມັດລະວັງ ໃນການນໍາໃຊ້ຟືນໄຟເຂົ້າໃນຊີວິດປະຈໍາວັນ, ຮູ້ຈໍາແນກປະເພດໄຟ, ຮູ້ການນໍາໃຊ້ອຸປະກອນມອດໄຟທຸກຊະນິດ, ຮູ້ຈັກການປ້ອງກັນ ແລະ ມອດໄຟທີ່ຖືກວິທີ, ຮູ້ຈໍາແນກໄດ້ວັດຖຸ ແລະ ທາດໄໝ້ຕ່າງໆ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ແຫຼ່ງຂ່າວ ແລະ ຮູບ: ປກສ ນະຄອນຫຼວງວຽງຈັນ