ມອບ-ຮັບໜ້າທີ່ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ

0
573

ໃນວັນທີ 25 ກັນຍາ ຜ່ານມາ, ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ຜູ້ເກົ່າ) ແລະ ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິ ລາແຂວງ (ຜູ້ໃໝ່), ມີ ທ່ານ ບຸນມີ ພິມມະສອນ ຮອງເຈົ້າ ແຂວງຄຳມ່ວນ, ພ້ອມດ້ວຍຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ,ຫ້ອງ ການສຶກສາທິການ ແລະ ກິລາ 10 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ແກ້ວ ວົງພະຈັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ສະ ບັບເລກທີ1294/907, ລົງວັນທີ 8 ກັນຍາ 2020ວ່າດ້ວຍການໂຍກຍ້າຍ ທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ໄປຮັບໜ້າທີ່ໃໝ່ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ຜ່ານຂໍ້ຕົກ ລົງສະບັບເລກທີ 236/ຈມຄມ, ລົງວັນທີ 8 ກັນຍາ 2020 ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍເຫັນດີແຕ່ງຕັ້ງ ທ່ານ ນັນຕະໄຊ ອິນທະສອນ ຮອງຫົວໜ້າພະແນກສຶກ ສາທິການ ແລະ ກິລາແຂວງ ຂຶ້ນເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ຜູ້ໃໝ່).

ໃນພິທີ, ຍັງໄດ້ຜ່ານບົດບັນທຶກ ແລະ ເຊັນມອບ-ຮັບໜ້າທີ່ວຽກງານ ເພື່ອສືບຕໍ່ປະຕິບັດໜ້າທີ່ ແລະ ຊີ້ນຳ-ນໍາພາຂົງ ເຂດວຽກງານສຶກສາໄດ້ເຄື່ອນໄຫວຢ່າງເປັນປົກກະຕິ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ມີປະສິດທິພາບດີຂຶ້ນກວ່າເກົ່າ.