ກອງປະຊຸມໃຫຍ່ຄັ້ງທີ VII ແນວລາວສ້າງຊາດ ເມືອງຫາດຊາຍຟອງ

0
1058

ກອງປະຊຸມໃຫຍ່ຄັ້ງທີ VII ແນວລາວສ້າງຊາດ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ໄຂຂຶ້ນໃນວັນທີ 25 ກັນຍາ ຜ່ານມາ,ໂດຍການເປັນປະທານຂອງ ສະຫາຍ ຄໍາຝ່ອນ ມະນີວັນ ປະທານແນວລາວສ້າງຊາດ ເມືອງຫາດຊາຍຟອງ, ມີ ສະຫາຍ ຖະໜອມ ທໍາທອງ ປະ ທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ພ້ອມດ້ວຍແຂກຮັບເຊີນ ແລະ ຄະນະປະທານແນວລາວສ້າງຊາດເມືອງແລະບ້ານ ເຂົ້າຮ່ວມ.

ສະຫາຍ ຄໍາຝ່ອນ ມະນີວັນ ໄດ້ຜ່ານບົດລາຍງານການເມືອງ ໃນໄລຍະ 5 ປີຜ່ານມາ ວ່າ: ຄະນະກໍາມະການແນວລາວສ້າງຊາດ ເມືອງຫາດ ຊາຍຟອງ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານແນວລາວສ້າງຊາດ ແຕ່ລະຂັ້ນພາຍໃນເມືອງ ເພື່ອປະສານສົມທົບກັບຄະນະພັກ,ຄະນະໂຄສະ ນາ-ອົບຮົມ ແນໃສ່ເຕົ້າໂຮມຄວາມສາມັກຄີ.ນອກນັ້ນ, ຍັງໄດ້ເລືອກເອົາຜູ້ຊົງຄຸນວຸດທິຂອງເຜົ່າຕ່າງໆ ເຂົ້າເປັນຄະນະກໍາມະການແນວລາວສ້າງຊາດເມືອງ ແລະ ບ້ານ,ໄດ້ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າ ໃຫ້ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ປຸກລະດົມປະຊາຊົນບັນດາເຜົ່າ ເຂົ້າຮ່ວມບຸນປະເພນີຂອງເຜົ່າຕ່າງໆ ເປັນ ຕົ້ນແມ່ນ: ເຜົ່າລາວ,ເຜົ່າໄຕດໍາ ແລະ ເຜົ່າກຶມມຸ ແລະ ໄດ້ປຸກລະດົມອົງການຈັດຕັ້ງທຸກພາກສ່ວນ ເຂົ້າຮ່ວມຂະບວນການຕ່າງໆ ໂດຍສະເພາະ ຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕິດພັນກັບວຽກງານ3 ຫຼຸດ,3 ເພີ່ມ, ຊຸກຍູ້ໃຫ້ປະຊາຊົນພາຍໃນບ້ານສ້າງຄອບຄົວປອດຄະດີ, ບ້ານປອດຄະດີ, ບ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີ, ຕັ້ງໜ້າປະຕິ ບັດກົດລະບຽບດີ, ຜ່ານການປຸກລະດົມຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຍົກສູງໄດ້ ສະຕິຕື່ນຕົວເປັນເຈົ້າການຂອງ ປະຊາຊົນບັນດາເຜົ່າ ເຮັດໃຫ້ເມືອງຫາດຊາຍຟອງ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ.

ໃນກອງປະຊຸມ,ຍັງໄດ້ພ້ອມກັນປະຊາມະຕິ ເອົາປະທານແນວລາວສ້າງຊາດເມືອງຫາດຊາຍຟອງຜູ້ໃໝ່, ຜ່ານການລົງປະຊາມະຕິ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ບົວລີ ມຸກດາລາ ເປັນປະທານແນວລາວສ້າງຊາດເມືອງຫາດຊາຍຟອງ.