ວັນທີ 1 ກັນຍາ 2019, ທີ່ເຂດຕາແສງຮົ່ງຮ່າ ດ້ານເຟື້ອງ ຮ່າໂນ້ຍ ໄດ້ເກີດເຫດເສົ້າສະຫຼົດ ເນື່ອງຈາກວ່າ ທ້າວ ຫງວຽນວັນດົ້ງ ເກີດປີ 1966 ຢູ່ຕາແສງຮົ່ງຮ່າ ໄດ້ລົງມືໃຊ້ມີດທຳຮ້າຍຫຼາຍຄົນໃນເຮືອນດຽວຈົນເສຍຊີວິດເຖິງ 5 ຄົນ; ສ່ວນສາເຫດທີ່ພາໃຫ້ເກີດເຫດການນີ້ ເບື້ອງຕົ້ນຮູ້ໄດ້ວ່າ ແມ່ນຍ້ອນຜິດຖຽງກັນເລື່ອງດິນ.

ຄວາມເປັນຈິງໃນປັດຈຸບັນ, ບັນຫາການຂັດແຍ່ງເລື່ອງດິນດອນຕອນຫຍ້າ ແມ່ນຍັງເປັນບັນຫາທີ່ພົບຄວາມຫຍຸ້ງຍາກໃນການແກ້ໄຂ ແລະ ກໍເກີດຂຶ້ນຢູ່ເປັນປະຈຳ; ເນື້ອໃນສາເຫດການຜິດຖຽງກັນນັ້ນ ກໍຍ້ອນການຕົກລົງກັນແບບບໍ່ລົງຕົວລະຫວ່າງຄົນໃນຄອບຄົວ, ລະຫວ່າງຜູ້ທີ່ມີຊາຍແດນຕິດຈອດກັນ ແລະ ລະຫວ່າງອ້າຍ-ເອື້ອຍນ້ອງໃນຄອບຄົວ ທີ່ໄດ້ແບ່ງປັນດິນສືບທອດມູນມໍລະດົກທີ່ພໍ່-ແມ່ປະໄວ້ໃຫ້, ແຕ່ການແປ່ງປັນກັນນັ້ນ ຖ້າຫາກຝ່າຍໃດໜຶ່ງຫາກບໍ່ເຫັນດີ ຫຼື ບໍ່ສາມາດຕົກລົງກັນໄດ້ ມັນກໍເປັນເຫດພາໃຫ້ເກີດການຜິດຖຽງກັນ ຈົນເຖິງຂັ້ນເຮັດໃຫ້ຄວາມສາມັກຄີອ້າຍ-ນ້ອງ ຫຼື ຄົນໃນຄອບຄົວແຕກແຍກກັນກໍມີ.

ດັ່ງເຫດການທີ່ເກີດຂຶ້ນໃນຕອນເຊົ້າວັນທີ 1 ກັນຍາ 2019 ທີ່ບ້ານບົ່ງ ຕາແສງຮົ່ງຮ່າ, ປະຊາຊົນໄດ້ຍິນສຽງຮ້ອງໄຫ້ຄວນຄາງມາແຕ່ເບື້ອງເຮືອນຂອງ ທ້າວ ຫງວຽນວັນຫາຍ ເກີດປີ 1969 ເຊິ່ງເປັນນ້ອງຊາຍຂອງ ທ້າວ ດົ້ງ ເມື່ອປະຊາຊົນໃນເຂດນັ້ນອອກໄປເບິ່ງ ກໍພົບກັບສະພາບທີ່ໜ້າສະຫຼົດໃຈນັ້ນຕໍ່ໜ້າຕໍ່ຕາ ເພາະວ່າພົບເຫັນ ທ້າວ ດົ້ງ ກຳລັງໃຊ້ມີດລົງມືທຳຮ້າຍ ທ້າວ ຫາຍ ແລະ ຄົນໃນເຮືອນ ລວມທັງໝົດ 5 ຄົນ; ໃນຂະນະນັ້ນ, ຍັງມີແຕ່ຄົນດຽວທີ່ຍັງມີຊີວິດ ແຕ່ກໍໄດ້ຮັບບາດເຈັບສາຫັດ. ດັ່ງນັ້ນ, ປະຊາຊົນເຂດນັ້ນຈຶ່ງຊ່ວຍກັນນຳສົ່ງໂຮງໝໍຢ່າງຮີບດ່ວນ.

ຫຼັງຈາກໄດ້ຮັບການແຈ້ງເຫດ, ເຈົ້າໜ້າທີ່ໄດ້ໄປເຖິງສະຖານທີ່ເກີດເຫດຢ່າງຮີບດ່ວນ ແລະ ກໍພົບຄວາມຫຍຸ້ງຍາກສົມຄວນ ກ່ອນຈະຈັບຕົວຜູ້ລົງມືກໍ່ເຫດໄດ້ ແລະ ນຳຕົວຜູ້ກ່ຽວກັບໄປສອບສວນທີ່ຫ້ອງການ.

ຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ:

ໃນໄລຍະຜ່ານມາບໍ່ດົນ, ຜູ້ກ່ຽວ ແລະ ນ້ອງຊາຍ ເກີດຜິດຖຽງກັນຢ່າງຮຸນແຮງກ່ຽວກັນດິນ ແລະ ຫຼ້າສຸດ ຜູ້ເປັນນ້ອງຊາຍຈະບຸກເບີກດິນທີ່ຍັງຕົກລົງກັນບໍ່ໄດ້ ແລະ ປຸກເຮືອນໃສ່ ເຊິ່ງຈະເລີ່ມຕັ້ງເສົາໃນວັນທີ 2 ກັນຍາ 2019.

ດັ່ງນັ້ນ, ເມື່ອຮູ້ຂ່າວດັ່ງກ່າວ ໃນກາງຄືນຂອງວັນທີ 31 ສິງຫາ ຕໍ່ໃສ່ວັນທີ 1 ກັນຍາ ເຮັດໃຫ້ຕົນເອງຄິດໜັກນອນບໍ່ຫຼັບ ຈຶ່ງເກີດມີແນວຄິດບໍ່ດີນັ້ນຂຶ້ນ. ສະນັ້ນ, ເມື່ອຮອດຕອນໃກ້ຊິແຈ້ງຂອງວັນທີ 1 ກັນຍາ 2019, ທ້າວ ດົ້ງ ໄດ້ຈັບເອົາມີດແລ້ວຍ່າງມຸ່ງໜ້າໄປທີ່ເຮືອນ ທ້າວ ຫາຍ (ນ້ອງຊາຍຄີງ) ເຊິ່ງເປົ້າໝາຍທຳອິດ ແມ່ນຕ້ອງການຄາດຕະກຳລູກຊາຍຂອງ ທ້າວ ຫາຍ ເຊິ່ງແມ່ນ ທ້າວ ຫວຽນວັນ H ເກີດປີ 1993.

ຫຼັງຈາກລົງມືຄາດຕະກຳສຳເລັດ ຜູ້ກ່ຽວໄດ້ຊອກຄາດຕະກຳທຸກຄົນໃນເຮືອນດັ່ງກ່າວ ໂດຍຕໍ່ມາຜູ້ກ່ຽວກໍລົງມືຄາດຕະກຳນ້ອງຊາຍ, ນ້ອງໃພ້ (ເມຍນ້ອງຊາຍ) ຊື່ ນາງ ດວນທິຫວຽດ ເກີດປີ 1970, ຫຼານສາວຊື່ ນາງ ຫງວຽນທິບັກ ເກີດປີ 1988, ຫຼານໃພ້ຊື່ ນາງ ໂດທິຍຸງ ເກີດປີ 1995 ແລະ ລູກສາວ ນາງ ຍຸງ ຊື່ ນາງ ຫງວຽນຫ່ຽນມີ ເກີດປີ 2018 ຕາມລຳດັບ; ເມື່ອປະຊາຊົນມາຊ່ວຍເຫຼືອ ແມ່ນເຫຼືອພຽງແຕ່ ນາງ ຍຸງ ທີ່ຍັງມີຊີວິດ ແລະ ກໍຖືກຊ່ວຍເຫຼືອນຳສົ່ງໂຮງໝໍໃນເວລານັ້ນ.

ຕອນແລງຂອງມື້ດຽວກັນ, ອົງການຕຳຫຼວດສືບສວນ-ສອບສວນ ກອງບັນຊາການຕຳຫຼວດ ນະຄອນຫຼວງຮ່າໂນ້ຍ ໄດ້ອອກຄຳສັ່ງດຳເນີນຄະດີ ແລະ ຕັ້ງຂໍ້ຫາ ພ້ອມທັງສັ່ງກັກຂັງພາງຕໍ່ເປົ້າໝາຍ ຫງວຽນວັນດົ້ງ.

ອີງຕາມປະທານສະພາປະຊາຊົນເຂດຮົ່ງຮ່າ ໃຫ້ຮູ້ວ່າ:

ທັງ 2 ອ້າຍ-ນ້ອງ ທ້າວ ຫງວຽນວັນດົ້ງ ແລະ ທ້າວ ຫງວຽນວັນຫາຍ ໄດ້ອາໄສຢູ່ດິນມູນທີ່ພໍ່-ແມ່ປະໄວ້ໃຫ້ມາແຕ່ດົນນານແລ້ວ, ທັງ 2 ຄົນນີ້ໄດ້ຕົກລົງກັນແບ່ງດິນຕໍ່ແດນທີ່ເປັນພູດຂອງ ທ້າວ ດົ້ງ ໃຫ້ຜູ້ເປັນອ້າຍໃນປະມານ 0,5 ແມັດ ແຕ່ຜູ້ເປັນລູກຊາຍ ທ້າວ ດົ້ງ ຊື່ ທ້າວ ຫວຽນວັນ H ນັ້ນບໍ່ຍອມແບ່ງໃຫ້.

ກ່ອນໜ້າທີ່ຈະເກີດເຫດ ໃນຕອນກາງຄືນວັນທີ 31 ສິງຫາ 2019, ທ້າວ H ໄດ້ໄປທີ່ເຮືອນຂອງ ທ້າວ ດົ້ງ ເພື່່ອລົມປຶກສາກັນຫວັງໃຫ້ເຂົ້າໃຈ ແຕ່ທັງ 2 ເກີດມີປາກສຽງຜິດຖຽງກັນຢ່າງຮຸນແຮງ ແລະ ເວລາຍັງບໍ່ທັນຂ້າມຄືນກໍເກີດເຫດການດັ່ງກ່າວຂຶ້ນ. ເຫດຄະດີນີ້, ໄດ້ສ້າງຄວາມແຕກຕື່ນ, ຢ້ານກົວໄປທົ່ວຕາແສງຮົ່ງຮ່າ ແລະ ໄດ້ສ້າງຄວາມແຕກຕື່ນໄປທົ່ວສັງຄົມ.

ຄວາມຈິງທີ່ເກີດຂຶ້ນ ເຊິ່ງບໍ່ໜ້າຈະເກີດຂຶ້ນ ເພາະສາເຫດຂອງການກໍ່ເຫດຄະດີທີ່ເສົ້າສະຫຼົດນີ້ ມັນເກີດຂຶ້ນຍ້ອນເຫດຜົນພຽງເຫຼັກໜ້ອຍ ເຊັ່ນ ດິນບໍ່ພໍເທົ່າໃດແມັດທີ່ບໍ່ສາມາດຕົກລົງກັນໄດ້ ເຊິ່ງສຸດທ້າຍມັນກາຍເປັນເລື່ອງທີ່ສູນເສຍທີ່ບໍ່ສາມາດກອບກູ້ຄືນມາໄດ້ອີກຕໍ່ໄປ.

ຜ່ານມາບໍ່ດົນ, ຕາມການລາຍງານຈາກຫຼາຍພາກສ່ວນໃຫ້ຮູ້ວ່າ:

ທົ່ວປະເທດໄດ້ເກີດເຫດໃນລັກສະນະນີ້ ແລະ ເປັນເຫດຄະດີທີ່ເປັນຕະລາຍພິເສດ ເຊິ່ງແຮງຈູງໃຈ ແລະ ສາເຫດແມ່ນເກີດຈາກການຜິດຖຽງກັນເລື່ອງດິນ ແລະ ສ່ວນຫຼາຍແມ່ນເກີດຈາກບັນຫາດິນດອນທີ່ເປັນດິນມູນຈາກພໍ່-ແມ່ທີ່ມີໄວ້ໃຫ້ ແລະ ເມື່ອພໍ່-ແມ່ຈາກໄປ ຕົກມາເຖິງເຊັ່ນລູກຫຼານ ກໍພົບກັບບັນຫາແບ່ງປັນດິນ ຫຼື ສິດນຳໃຊ້ດິນໃນຂັ້ນຕໍ່ໄປ.

ຕົວຢ່າງ: ດັ່ງເຫດການທີ່ເກີດຂຶ້ນໃນເດືອນມັງກອນ 2016, ທ້າວ ຟຸ່ງເຫະເຍີນ ຢູ່ເຂດ 11 ນະຄອນໂຮ່ຈິມິນ ໄດ້ກໍ່ເຫດລົງມືທຳຮ້າຍຮ່າງກາຍນ້ອງຂອງຕົນເອງທັງ 2 ຄົນ ຊື່ ທ້າວ ຟຸ່ງເວະມິ້ງ ແລະ ທ້າວ ຟຸ່ງເວະເຫງຍ ສາເຫດຍ້ອນຜິດຖຽງກັນເລື່ອງການແບ່ງດິນມູນທີ່ແມ່ປະໄວ້ໃຫ້ ທີ່ເຂດໃກ້ຖະໜົນເລ້ແບັກກາດ ຄຸ້ມ 13 ເຂດ 11.

ຜ່ານການສອບຖາມກ່ຽວກັບທັງ 3 ອ້າຍນ້ອງດັ່ງກ່າວ ຮູ້ວ່າ:

ທັງ 3 ອ້າຍນ້ອງ ແມ່ນອາໄສຢູ່ດິນຕອນດຽວກັນ ທີ່ຍັງບໍ່ທັນໄດ້ແບ່ງປັນກັນ ແລະ ໄລຍະທີ່ດຳລົງຊີວິດຢູ່ຮ່ວມກັນນັ້ນ ທັງ 3 ກໍເກີດຜິດຖຽງກັນຢູ່ຕະຫຼອດ, ເຖິງວ່າປັນອ້າຍນ້ອງກັນ ແຕ່ ທ້າວ ເຍີນ ແລະ ທ້າວ ມິ້ງ ແມ່ນບໍ່ຄ່ອຍເວົ້າຈານຳກັນ.

ມາຕອນຄ່ຳວັນທີ 4 ມັງກອນ 2016, ຫຼັງຈາກທີ່ໄປດື່ມເຫຼົ້າກັບໝູ່ມາ ກໍໄດ້ຍິນທາງນ້ອງຊາຍ ແລະ ນ້ອງໃພ້ສົນທະນາກັນເລື່ອງດິນເລື່ອງເຮືອນ ແຕ່ຕົນເອງກໍບໍ່ສົນໃຈ ຈົນຕື່ນເຊົ້າມາເມື່ອຊ່ວງເມົາ ຕົນເອງຈຶ່ງຄິດອອກວ່າ ເລື່ອງທີ່ພວກນ້ອງຂອງຕົນລົມກັນມື້ຄືນນີ້ ອາດເປັນການວາງແຜນການຈະຢຶດຄອງເອົາດິນ ແລະ ເຮືອນ; ດັ່ງນັ້ນ, ຜູ້ກ່ຽວຈຶ່ງເກີດແນວຄິດບໍ່ດີ ໂດຍຈັບເອົາມີດເຂົ້າແທງ ທ້າວ ເຫງຍ ໃນຂະນະທີ່ຜູ້ກ່ຽວກຳລັງນອນຢູ່ໃນບ່ອນ.

ໂຊກດີທີ່ ທ້າວ ເຫງຍ ຍັງມີສະຕິແລ້ວແລ່ນເອົາຕົວຫຼົບໜີອອກມານອກເຮືອນ ແລ້ວເອີ້ນຂໍຄວາມຊ່ວຍເຫຼືອ ແລະ ປະຊາຊົນແຖວນັ້ນອອກມາຊ່ວຍນຳຕົວສົ່ງໂຮງໝໍໄດ້ທັນ, ຫຼັງຈາກກໍ່ເຫດແທງ ທ້າວ ເຫງຍ ແລ້ວ ຜູ້ກ່ຽວໄດ້ຈັບມີດຍ່າງເລາະຊອກຫາ ທ້າວ ມິ້ງ ແລ້ວໃຊ້ມີດແທງຈົນເຮັດໃຫ້ ທ້າວ ມິ້ງ ເສຍຊີວິດຄາທີ່.

ອ່ານຕອນຕໍ່ໄປ