ແມ່ຍິງ ປກສ ແຂວງສະຫວັນນະເຂດ ສະຫຼຸບຂໍ້ແຂ່ງຂັນ 3 ດີ

0
1250

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງຮາກຖານ ປກສ ແຂວງສະ ຫວັນນະເຂດ ໄດ້ຈັດຂຶ້ນໃນທ້າຍອາທິດ ທີ່ຜ່ານມາ, ເປັນປະທານໂດຍ ພັທ ນາງ ວິໄລວັນ ເນດຕະວົງສາ ປະ ທານສະຫະພັນແມ່ຍິງຮາກຖານ ປກສ ແຂວງ, ມີ ທ່ານ ນາງ ສີສະຫວັດ ໂຄດທະວົງສາ ປະທານສະຫະພັນແມ່ຍິງ ແຂວງ, ພ້ອມດ້ວຍຄະນະຮາກຖານຊາວໜຸ່ມ, ສະມາຊິກແມ່ຍິງ ແລະ ແຂກຖືກເຊີນ ເຂົ້າ ຮ່ວມ.

ພັທ ນາງ ບົວຜັນ ພົມມະລິນ ຮອງປະທານສະຫະພັນແມ່ຍິງຮາກຖານ ປກສ ແຂວງສະຫວັນນະເຂດ ກ່າວວ່າ: ສະຫະພັນແມ່ຍິງຮາກຖານ ປກສ ແຂວງສະຫວັນນະເຂດ ປະກອບມີ10 ໜ່ວຍຂຶ້ນກັບ, ມີສະມາຊິກແມ່ຍິງ ທັງໝົດ 358 ສະຫາຍ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2020, ມີສະມາຊິກສະຫະພັນແມ່ຍິງ 350 ສະຫາຍ ໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ, ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີປະກອບມີ ພົນລະເມືອງດີ,ຄອບຄົວດີ ແລະ ພັດທະນາດີ.ໃນນີ້, ບຸກຄົນ 3 ດີປະເພດ1ມີ 326 ສະຫາຍ,ກວມເອົາ 93,14%, ບຸກຄົນ 3 ດີ ປະເພດ 2 ມີ 24 ສະຫາຍ ກວມເອົາ 6,85 %. ນອກນັ້ນ, ຍັງໄດ້ມີການຄັດເລືອກບຸກຄົນຕົວແບບດ້ານວິຊາການ ມີ 27 ສະຫາຍ, ບຸກ ຄົນຕົວແບບ ດ້ານການສ້າງເສດຖະກິດຄອບຄົວ 5 ສະຫາຍ, ຢັ້ງຢືນໜ່ວຍ 3 ດີ ໄດ້10 ໜ່ວຍ ແລະ1 ຮາກຖານ.

ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງຮາກຖານ ປກສ ແຂວງສະຫວັນນະເຂດ ໄດ້ມີການຜັນຂະຫຍາຍເນື້ອໃນຂໍ້ແຂ່ງ ຂັນດັ່ງກ່າວ ເຂົ້າໃນວຽກງານວິຊາສະເພາະຂອງ ໂດຍຕິດພັນກັບຂະບວນການແຂ່ງ ຂັນຮັກຊາດ, ໄດ້ນໍາເອົາເນື້ອໃນຂໍ້ແຂ່ງຂັນ ມາຝຶກຝົນຫຼໍ່ ຫຼອມກໍ່ສ້າງສະມາຊິກແມ່ຍິງ ແລະ ທັງເປັນການເຕົ້າໂຮມຄວາມສາມັກຄີ ເພື່ອເສີມຂະຫຍາຍນໍ້າໃຈຮັກຊາດ, ເສີມຂະຫຍາຍມູນເຊື້ອວັດທະ ນາທໍາ ອັນດີງາມຂອງຊາດ ກໍຄື ຂອງແມ່ຍິງລາວ, ເອົາໃຈໃສ່ຢ່າງຕັ້ງໜ້າໃນການໂຄສະນາ ເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 3 ດີ ໃຫ້ສະ ມາຊິກສະ ຫະພັນແມ່ຍິງ ກໍຄື ບັນດາພະນັກງານ-ນັກຮົບພາຍໃນອ້ອມຂ້າງກອງບັນຊາການ ປກສ ແຂວງ,ໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈ, ເອົາໃຈໃສ່ນຳພາເຄື່ອນໄຫວ, ປຸກລະດົມຊຸກຍູ້ໃຫ້ບັນດາສະມາຊິກສະຫະພັນແມ່ຍິງຮາກຖານ ປກສ ແຂວງເອົາໃຈໃສ່ໃນການປະຕິບັດຕາມເນື້ອໃນຂໍ້ແຂ່ງ ຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ວາງອອກໃຫ້ເປັນຂະບວນຟົດຟື້ນ.