ກົມໂຄສະນາອົບຮົມ ເຊື່ອມຊຶມມະຕິກອງປະຊຸມໃຫຍ່

0
993

ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໃນວັນທີ 29 ກັນຍາ ນີ້, ເປັນປະທານໂດຍ ພັອ ສອນພະຈັນ ທໍາມະວົງ ຄະນະພັກກົມໃຫຍ່ ຫົວໜ້າ ກົມໂຄສະນາອົບຮົມ, ມີ ຄະນະພັກ-ຄະນະບັນຊາ ແລະ ສະມາຊິກພັກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສົມພັນ ສີວົງໄຊ ຮອງເລຂາຄະນະພັກ ຮອງຫົວໜ້າກົມໂຄສະນາອົບຮົມ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ພຶດສະພາ 2010 ໂດຍການເປັນປະທານຂອງ ສະຫາຍ ພົຕ ວັນທອງ ກອງມະນີ ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນເຂົ້າຮ່ວມ 123 ສະຫາຍຍິງ 20 ສະຫາຍ ທີ່ມາຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານ ອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເຊິ່ງເປັນຕົວແທນໃຫ້ ແກ່ສະມາຊິກພັກ 646 ສະຫາຍ, ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ເປັນເອກະພາບ ຮັບ ຮອງ ເອົາບົດລາຍງານການເມືອງ ຂອງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະໄໝທີ VI ເຊິ່ງໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ເປັນຕົ້ນແມ່ນ ບັນດາຜົນງານ-ດ້ານດີທີ່ຕັ້ງໜ້າ ແລະ ຈຸດອ່ອນຂໍ້ຄົງຄ້າງ ພ້ອມທັງຫາສາເຫດ ແລະ ບາງບັນຫາ ທີ່ເປັນບົດຮຽນໃນຕໍ່ໜ້າ. ກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກົມໃຫຍ່ການເມືອງ ປກສ ສະໄໝທີ VI ເຊິ່ງສາມາດເລືອກໄດ້ ສະຫາຍ ພົຕ ວັນທອງ ກອງມະນີ ເປັນເລຂາ, ສະຫາຍ ພົຈວ ປອ ສຸວັນທີ ສີສຸພາບມີໄຊ ເປັນຮອງເລຂາ, ສະ ຫາຍ ພົຈວ ຄໍາສາຍ ຈັນທະວົງ ເປັນປະທານກວດກາ. ພ້ອມນີ້ ກໍໄດ້ຮັບຟັງການໂອ້ລົມ ຂອງ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ເຊິ່ງໄດ້ນໍາເອົາທັດສະນາະຊີ້ນໍາ ກໍຄື ຈິດໃຈບຸກທະລຸໃນການສືບຕໍ່ປັບປຸງ ແລະ ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ເພື່ອເປັນທິດໃນການຄົ້ນຄວ້າ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້.

ໃນກອງປະຊຸມ, ຍັງໄດ້ເຜີຍແຜ່ເຊື່ອມຊຶມຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການກໍານົດເອົາຕົວອັກສອນຫຍໍ້ ແລະ ເລກລະຫັດບັນດາກົງຈັກການຈັດຕັ້ງ ຂອງກະຊວງປ້ອງກັນຄວາມສະຫງົບ (ສະບັບປັບປຸງ ), ຄໍາແນະນໍາຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ( ສະບັບປັບປຸງ ).