ໃນວັນທີ 28 ກັນຍາ ຜ່ານມາ, ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຕາງໜ້າ ໃຫ້ຄະນະພັກກົມໃຫຍ່ການເມືອງ ປກສ ຮັບເຄື່ອງຊຸກຍູ້ຊ່ວຍເຫຼືອ ດ້ານວຽກງານວິຊາສະເພາະ ຈາກທ່ານ ຊວນຕັນ ຟູຢູ ແລະ ນາງ ລັດທິດາ ໄຊຈະເລີນ ພ້ອມຄອບຄົວ ທີ່ໄດ້ນຳເອົາຄອມພິມເຕີ ຈຳນວນ 8 ຊຸດ ມູນຄ່າ 50 ລ້ານ ກວ່າກີບ ມາມອບໃຫ້ກົມໃຫຍ່ການເມືອງ ປກສ, ໂດຍມີ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ລັດທິດາ ໄຊຈະເລີນ ກ່າວວ່າ: ການມອບຄອມພິວເຕີໃຫ້ຄັ້ງນີ້ ເພື່ອປະກອບສວນຊຸກຍູ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນ ວຽກງານວິຊາສະເພາະຂອງກົມໃຫຍ່ການເມືອງ ປກສ ນການຈັດພິມເອກກະສານຕ່າງໆ ແລະ ການເກັບກຳຂໍ້ມູນເອກະ ສານໃຫ້ມີສະດວກ ວອງໄວຂຶ້ນ.
ໂອກາດນີ້, ພົຈວ ຄຳສາຍ ຈັນທະວົງ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງຄອບຄົວ ທ່ານ ຊວນຕັນ ຟູຢູ ທີ່ໄດ້ປະກອບສວນຊຸກຍູ້ຄອມພິວ ເຕີ້ໃຫ້ຄັ້ງນີ້ ແລະ ຈະນຳເອົາເຄື່ອງດັ່ງກ່າວ ນຳໄປໝູນໃຊ້ເຂົ້າໃນວຽກງານໃຫ້ເກີດປະໂຫຍດສູງສຸດ ພ້ອມທັງອວຍພອນໃຫ້ທ່ານ ພ້ອມຄອບ ຄົວ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ດຳເນີນທຸລະກິດຈະເລີນກ້າວໜ້າ.