ປກສ ນວ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາອາທິດ

0
1129

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບ ສ່ອງແສງວຽກງານປ້ອງກັນຄວາມສະຫງົບ ປະຈໍາອາທິດ ໃນວັນ ທີ 30 ກັນຍາ ນີ້, ໂດຍມີ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ, ພ້ອມດ້ວຍ ຮອງຫົວໜ້າກົມໃຫຍ່, ຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ, ຄະນະກອງຮ້ອຍ ປະຈໍາແຕ່ລະເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ສົມເພັດ ທໍາມະທອງ ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກ່າວວ່າ: ໃນໜຶ່ງອາທິດ ຜ່ານມາ ( 23-29 ກັນຍາ 2020 ) ທົ່ວນະຄອນຫຼວງວຽງຈັນ ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນ 44 ເລື່ອງ ( ບໍ່ລວມສະພາບອັກຄີໄພ, ອຸບັດຕິເຫດ ແລະ ຄົນ ເສຍຊີວິດ ), ຫຼຸດລົງຈາກອາທິດຜ່ານມາ 3 ເລື່ອງ.ໃນນີ້, ມີຄະດີປຸ້ນຊັບພົນລະເມືອງ 1 ເລື່ອງ, ຊິງຊັບ 2 ເລື່ອງ, ລັກຊັບ 26 ເລື່ອງ ຜົນເສຍ ຫາຍມີ ເງິນ 5.961.000 ກີບ, ລົດຈັກ 20 ຄັນ.ໃນນີ້, ມີລັກລົດຈັກ17 ຄັນ ແລະ ປຸ້ນເອົາລົດຈັກ3 ຄັນ, ຄໍາຮູບປະພັນ ໜັກ 5 ບາດ, ຄອມພິວເຕີຕັ້ງໂຕະ 1 ເຄື່ອງ, ໂທລະພາບ 1 ເຄື່ອງ, ໂທລະສັບມືຖື 5 ເຄື່ອງ, ໝໍ້ໄຟຟ້າ 7 ໜ່ວຍ,ໄອແພັດ 1 ເຄື່ອງ, ຕູ້ຈອດເຫຼັກ 3 ເຄື່ອງ, ພຣະພຸດທະຮູບ 3 ອົງ,ໄດໂປ່ມນໍ້າ1 ເຄື່ອງ ແລະເຄື່ອງອື່ນໆ ອີກຈໍານວນໜຶ່ງ. ສະພາບອຸບັດຕິເຫດເກີດຂຶ້ນ 23 ຄັ້ງ, ພາຫະນະເປ່ເພ 39 ຄັນ , ມີຄົນໄດ້ຮັບບາດເຈັບ 17 ຄົນ ແລະ ເສຍຊີວິດ 2 ຄົນ, ຫຼຸດລົງຈາກອາທິດ ຜ່ານມາ 1 ເລື່ອງ ແລະ ມີຜູ້ເສຍຊີວິດຫຼຸດລົງ 1 ຄົນ. ສາມາດແກ້ໄຂປະກົດການຫຍໍ້ທໍ້ 34 ເລື່ອງ ກັກຕົວຜູ້ຖືກຫາໄດ້ 90 ຄົນ.ໃນນີ້, ແກ້ໄຂຄະດີລັກຊັບໄດ້ 7 ເລື່ອງ ກັກຕົວຜູ້ຖືກຫາ 13 ຄົນ, ຄະດີຊື້-ຂາຍຢາເສບຕິດ 9 ເລື່ອງ ກັກຕົວຜູ້ຖືຫາໄດ້ 28 ຄົນ, ຄະດີເສບຢາເສບຕິດ 6 ເລື່ອງ ກັກຕົວໄດ້ 21 ຄົນ, ມີອາວຸດເສິກໄວ້ໃນຄອບຄອງ 2 ເລື່ອງ ກັກຕົວໄດ້ 3 ຄົນ, ຊື້-ຂາຍຊັບຜິດກົດໝາຍ 1 ເລື່ອງ ກັກຕົວໄດ້ 2 ຄົນ, ຄ້າປະເວນີຂອງບຸກຄົນອື່ນ 2 ເລື່ອງ ກັກຕົວໄດ້ 2 ຄົນ, ເປັນໂສເພນີ 1 ເລື່ອງ ກັກຕົວໄດ້ 16 ຄົນ, ຍັກຍອກຊັບພົນລະເມືອງ 1 ເລື່ອງ ກັກຕົວໄດ້ 1 ຄົນ ແລະ ຄະດີສໍ້ໂກງຊັບພົນລະເມືອງ 1 ເລື່ອງ ກັກ ຕົວໄດ້ 1 ຄົນ.

ໃນພິທີ, ພົຕ ກົງທອງ ພົງວິຈິດ ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ,ຕະຫຼອດຮອດພະນັກງານ-ນັກຮົບ ຈົ່ງພ້ອມກັນສືບຕໍ່ສຸມກໍາລັງໃສ່ແກ້ໄຂປະກົດການຫຍໍ້ໃນສັງຄົມ ກໍຄື ໃນນະຄອນຫຼວງວຽງຈັນຫຼຸດໜ້ອຍຖອຍລົງ ໂດຍສະເພາະແມ່ນ ການສຸມກໍາລັງໃສ່ປ້ອງ ກັນງານບຸນປະເພນີ ອອກພັນສາ ແລະ ບຸນ ຊ່ວງເຮືອທ່າວັດຈັນ ໃຫ້ມີຄວາມສະຫງົບປອດໄພ.