ໃນ 7 ວັນຜ່ານມາ (13-20 ກັນ ຍາ 2020), ທົ່ວແຂວງຫຼວງນໍ້າທາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 18 ຄັ້ງ ເສຍ ຊີວິດ 1 ຄົນ.

ຮອ ເເຕະ ອຸດົມ ຮອງຫົວໜ້າພະແນກຕຳຫຼວດຈາລະຈອນ ໃຫ້ຮູ້ວ່າ: ໃນວັນທີ 13-20 ກັນຍາ 2020 ຜ່ານມາ, ທົ່ວແຂວງຫຼວງນໍ້າທາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 18 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 23 ຄັນ, ສົມຄວນ 11 ຄັນ, ໃຊ້ການບໍ່ໄດ້ 2 ຄັນ; ຄົນໄດ້ຮັບບາດເຈັບເລັກໜ້ອຍ 17 ຄົນ, ສາຫັດ 15 ຄົນ ແລະ ເສຍຊີວິດ 1 ຄົນ.

ຈາກອຸບັດຕິເຫດທິີ່ເກີດຂຶ້ນນັ້ນມີ: ລົດຈັກຕຳລົດຈັກ ເກີດຂຶ້ນ 10 ຄັ້ງ, ລົດໃຫຍ່ຕຳລົດໃຫຍ່ 4 ຄັ້ງ, ລົດຈັກຕຳລົດໃຫຍ່ 6 ຄັ້ງ, ລົດຈັກຕຳຄົນຢາງ 1 ຄັ້ງ, ລົດຈັກຕໍາສັດ 1 ຄັ້ງ; ຜູ້ຮ່ວມກໍໃຫ້ ເກີດອຸບັດຕິເຫດ ມີພະນັກງານ 4 ຄົນ, ປະຊາຊົນ 16 ຄົນ, ນັກຮຽນ-ນັກສຶກສາ 8 ຄົນ; ລວມມູນຄ່າເສຍຫາຍໃນເບື້້ອງຕົ້ນປະມານ 154.500.000 ກີບ.

ສາເຫດສ່ວນໃຫຍ່ຂອງການເກີດອຸບັດຕິເຫດແມ່ນຍ້ອນຜູ້ຂັບຂີ່-ຜູ້ໃຊ້ລົດໃຊ້ຖະໜົນຍັງລະເມີດກົດລະບຽບຈະລາຈອນ ເປັນຕົ້ນແມ່ນ: ຂັບຂີ່ລົດໄວເກີນກຳນົດ, ເມົາແລ້ວຂັບຂີ່ລົດ, ແຊງບໍ່ຮັບປະກັນ, ບໍ່ໃຫ້ກຽດເຊິ່ງກັນແລະກັນ, ດັດແປງສະພາບເຕັກນິກລົດ ແລະອື່ນໆ.