ໃນອາທິດຜ່ານມາ, ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດຍົກຍ້າຍ ແລະ ສັບຊ້ອນພະນັກງານ ປະຈໍາດ່ານ ຕມ ສາກົນບໍ່ເຕນ, ເປັນປະທານໂດຍ ພັອ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ມີຫົວໜ້າ-ຮອງດ່ານ ຕມ ສາກົນບໍ່ເຕນ ພ້ອມດ້ວຍຄະນະ, ຫົວໜ້າຫ້ອງສັນຕິບານ, ຄະນະຫ້ອງ, ປກສ ເຂດ, ພະນັກງານປະຈຳດ່ານ ເຂົ້າຮ່ວມ.

ພັທ ນາງ ຄຳມີ ເພັດມະນີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຜ່ານຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງ ສະບັບເລກທີ 25476/ກປນທ ລົງວັນທີ 18 ກັນຍາ 2020 ວ່າດ້ວຍ ການຍົກຍ້າຍ ພັທ ຄໍາສອນ ແສນຈັນ ຫົວໜ້າກອງຮ້ອຍປ້ອງກັນທີ່ຕັ້ງ ສັງກັດຢູ່ກອງບັນຊາການ ປກສ ເຂດ ບໍ່ເຕນແດນງາມ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າພະແນກຫ້ອງການ ລັດວິສາຫະກິດບໍລິການຄວາມປອດໄພ ສາຂາແຂວງຫຼວງນໍ້າທາ, ແຕ່ງຕັ້ງ ພັທ ສົມສັກ ປະນະສິດ, ພັຕ ບຸນເຕ່ຍ ສີວັງລາດ, ພັຕ ສິງທອງ ສຸກວົງສາ ແລະ ພັຕ ໄມອີນ ວິພົມມາ ເປັນຮອງຫົວໜ້າດ່ານ ຕມ ສາກົນບໍ່ເຕນ; ແຕ່ງຕັ້ງ-ສັບຊ້ອນພະນັກງານຂັ້ນວິຊາການ ໄປປະຈໍາຢູ່ພະແນກກວດຄົນເຂົ້າ-ອອກເມືອງ 13 ສະຫາຍ, ປະຈຳຢູ່ດ່ານ ຕມ ສາກົນບໍ່ເຕນ 35 ສະຫາຍ, ປະຈຳຢູ່ດ່ານທ້ອງຖິ່ນຊຽງກົກ 16 ສະຫາຍ, ປະຈໍາຢູ່ດ່ານ ຕມ ທ້ອງຖິ່ນປາງໄຮ 17 ສະຫາຍ ແລະ ປະຈຳຢູ່ດ່ານປະເພນີບ້ານມອມ 16 ສະຫາຍ.

ໃນພິທີ ພັອ ຄຳພັດ ພົມພິພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານປະຈໍາດ່ານທີ່ໄດ້ທຸ່ມເທເຫື່ອແຮງ, ສຸມທຸກສະຕິປັນຍາປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ມີຜົນສໍາເລັດຕາມຄາດໝາຍ, ພ້ອມນັ້ນບັນດາສະຫາຍທີ່ຖືກຍົກຍ້າຍ ແລະ ສັບຊ້ອນຄັ້ງນີ້ ຕ້ອງພ້ອມກັນນໍາໃຊ້ວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ ເພື່ອຊອກຮູ້-ຕ້ານ ແລະ ສະກັດກັ້ນກົນອຸບາຍ, ການເຄື່ອນໄຫວຂອງພວກຄົນບໍ່ຫວັງດີຕໍ່ລະບອບໃໝ່ຂອງພວກເຮົາ ຢ່າງເຂັ້ມແຂງ.