ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ໄດ້ສໍາເລັດໃນວັນທີ 25 ກັນຍາ 2020, ເຂົ້າຮ່ວມໂດຍ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີບັນດາສະຫາຍການນໍາຂັ້ນສູນກາງ, ພະນັກງານປະຕິວັດອາວຸໂສ ແລະ ຜູ້ ແທນສົມບູນ 237 ສະຫາຍ ຍິງ 26 ສະ ຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກແຂວງ ທັງໝົດ 13.467 ສະຫາຍເຂົ້າຮ່ວມ.

ກອງປະຊຸມໄດ້ຕີລາຄາ ແລະ ຮັບຮອງເອົາບົດລາຍງານການເມືອງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໃນໄລຍະ 5 ປີຜ່ານມາ, ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV ເຫັນໄດ້ວ່າ: ເສດຖະກິດ-ສັງ ຄົມໄດ້ຮັບການພັດນາຢ່າງຕໍ່ເນື່ອງ, ການ ຂະຫຍາຍຕົວ ເສດຖະກິດສະເລ່ຍ 6,5%; ປີ 2020, ລວມຍອດຜະລິດຕະພັນພາຍໃນບັນລຸ 5.878 ຕື້ກີບ, ລາຍຮັບຕໍ່ຫົວຄົນ 18 ລ້ານກວ່າກີບ ຫຼື 2.000 ກວ່າໂດລາ; ພ້ອມນີ້ ຍັງໄດ້ຮັບຮອງເອົາທິດທາງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ 2020-2024 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII ແລະ ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງຊຸດເກົ່າສະໄໝທີ VI.

ໃນກອງປະຊຸມໃຫຍ່ບັນດາຜູ້ແທນໄດ້ດຳເນີນການປ່ອຍບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ຈຳນວນ 33 ສະຫາຍ ຍິງ 2 ສະຫາຍ ໂດຍໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ເປັນເລຂາ, ສະຫາຍ ປອ ສຸວັນນີ ໄຊຊະນະ, ສະຫາຍ ວັນວິໄລ ແດນພູຫຼວງ ເປັນຮອງເລຂາ ແລະ ສະຫາຍ ປອ ດວງຕາ ມໍລະຄາສຸກ ເປັນປະທານຄະນະກວດກາ, ສະຫາຍ ແສງເດືອນ ບໍລິຈັກ, ສະຫາຍ ບຸນທະວີ ດວງປັນຍາ, ສະຫາຍ ນາງ ແກ້ວວິໄລ ບຸນໂຮມ ແລະ ສະຫາຍ ຄໍາຕັນ ສີສົມຈິດ ເປັນຮອງປະທານຄະນະກວດກາ; ພ້ອມນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກທີ່ຈະຈັດຂຶ້ນໃນຕໍ່ໜ້າ ຈໍານວນ 22 ສະຫາຍ ຍິງ 1 ສະຫາຍ ແລະ ຜູ້ແທນສຳຮອງ 3 ສະຫາຍ.

ສະຫາຍ ປອ ບຸນທອງ ຈິດມະນີ ໄດ້ເນັ້ນໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່, ເອົາໃຈໃສ່ສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງນີ້, ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດເລີ່ມຕັ້ງແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານພັກແຂວງ ລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານຢູ່ບັນດາເມືອງ, ຂະແໜງການ ແລະ ຮາກຖານຕ່າງໆ ກໍຄືປະຊາຊົນບັນດາເຜົ່າໃຫ້ເລິກເຊິ່ງ ແລະ ທົ່ວເຖິງ; ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ເຮັດໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ, ກໍາແໜ້ນຕໍ່ທິດທາງ, ແຜນ ນະໂຍບາຍ, ຄາດໝາຍສູ້ຊົນຕ່າງໆ ແລະ ມີຄວາມຕື່ນຕົວເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ຢ່າງເປັນຂະບວນການທີ່ແຂງແຮງ; ຕໍ່ເນື່ອງ, ມີປະສິດທິຜົນພາຍຫຼັງສໍາເລັດກອງປະຊຸມນີ້ແລ້ວໃຫ້ຮີບຮ້ອນແບ່ງວຽກ-ແບ່ງງານ, ແບ່ງຄວາມ ຮັບຜິດຊອບພາຍໃນຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງໃຫ້ລະອຽດ, ຈະແຈ້ງ, ບໍ່ວ່າວຽກນັ້ນຈະແມ່ນຂະແໜງການໃດ, ຂົງເຂດ ຫຼື ທ້ອງຖິ່ນໃດ; ເມື່ອໝູ່ຄະນະ, ການຈັດຕັ້ງ ກໍຄືຂັ້ນເທິງມອບໝາຍໃຫ້ໄປຮັບຜິດຊອບກໍບໍ່ມີສິດຂັດຂ້ອງ, ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະລະ ເພື່ອເຮັດສໍາເລັດໜ້າທີ່-ທີ່ໄດ້ຮັບມອບໝາຍ.