ວຕປ ສະຫຼຸບຖອດຖອນບົດຮຽນ ການສອນ-ການຮຽນ ລະບົບປະລິນຍາໂທ

0
1122

ໃນວັນທີ 30 ກັນຍາ ຜ່ານມາ, ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການສອນ-ການຮຽນ ລະບົບປະລິນຍາໂທ ຮຸ່ນທີ XI , ເປັນປະທານໂດຍ ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງຫົວໜ້າອໍານວຍການ ວຕປ, ມີ ຫົວ ໜ້າ-ຮອງຫ້ອງຄຸ້ມຄອງວິທະຍາສາດ, ພ້ອມດ້ວຍ ຫົວໜ້າ-ຮອງພະແນກ, ຄູ-ອາຈານ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ພັອ ປອ ຈິດວິໄຊ ແກ້ວມະນີວົງ ຫົວໜ້າຫ້ອງຄຸ້ມຄອງວິທະຍາສາດ ວຕປ ກ່າວວ່າ: ໂຄງການຫຼັກສູດປະລິນຍາໂທ ຮຸ່ນທີ XI ແມ່ນໜື່ງໃນລະບົບການສຶກສາຂອງ ວຕປ, ເຊິ່ງໄດ້ຈັດຕັ້ງການສອນ-ການຮຽນຕາມຫຼັກສູດ ຂອງກະຊວງສຶກສາ ແລະ ກິລາ ເລກທີ 473/ສສ.ອສ, ລົງວັນທີ 2 ພຶດສະພາ 2007 ວ່າດ້ວຍການຮັບຮອງເອົາການນໍາໃຊ້ຫຼັກສູດ ປະລິນຍາໂທ ປ້ອງກັນຄວາມສະຫງົບ ເພື່ອເປັນການຈັດຕັ້ງປະ ຕິບັດໂຄງການດັ່ງ, ລັດຖະມົນຕີກະຊວງ ປກສ ຈຶ່ງອອກຂໍ້ຕົກລົງສະບັບເລກທີ 1593/ປກສ, ລົງວັນທີ 30 ສິງຫາ 2018 ວ່າດ້ວຍການຮັບເອົານາຍຕໍາຫຼວດ ເຂົ້າສຶກສາວິຊາສະເພາະປ້ອງກັນຄວາມສະຫງົບ ລະດັບປະລິນຍາໂທ ຮຸ່ນທີ XI ຢູ່ ວຕປ ປະຈໍາສົກປີ 2018-2020 ແລະ ໄດ້ເປີດຮຽນເປັນທາງການໃນວັນທີ 4 ກັນຍາ 2018 ດ້ວຍໂຄງການການສອນ-ການຮຽນ ລວມມີ 4 ວິຊາຮຽນ ຄື: ວິຊາການເມືອງ, ວິຊາກົດໝາຍ, ວິຊາສະເພາະ, ວິຊາພາສາຕ່າງປະເທດ, ໃຊ້ຊເວລາຮຽນ 2 ປີ, ແບ່ງອອກເປັນ 4 ໄລຍະການຮຽນ ເຊັ່ນ: ໄລຍະທີ 1,2, 3 ແມ່ນໄລຍະ ຂຶ້ນຫ້ອງຕົວຈິງ ລວມມີ 23 ວິຊາຮຽນ, ມີ 63 ໜ່ວຍກິດ, ມີ 1.008 ຊົ່ວໂມງ, ໄລຍະທີ 4 ແມ່ນໄລຍະເກັບກໍາຂໍ້ມູນ, ຂຽນບົດວິ ທະຍານິພົນ ແລະ ປ້ອງກັນວິທະຍານິພົນ ລວມມີ 912 ຊົ່ວໂມງ, ມີ 57 ໜ່ວຍກິດ.

ສໍາລັບການຖອດຖອນບົດຮຽນ ການສອນ-ການຮຽນ ລະບົບປະລິນຍາໂທ ຮຸ່ນທີ XI ຍັງເຫັນວ່າ ມີບາງດ້ານ, ບາງວຽກງານ ທີ່ຈະຕ້ອງໄດ້ຮັບການປບປຸງ-ແກ້ໄຂ ເປັນຕົ້ນແມ່ນ ຄະນະພັກ-ຄະນະອໍານວຍການ ຍັງຈະຕ້ອງໄດ້ມີການເພີ່ມທະວີ ຄວາມເອົາໃຈໃສ່ໃນການສຶກສາອົບ ຮົມການເມືອງ-ແນວຄິດໃຫ້ຄູ່-ອາຈານ, ນັກສຶກສາໃຫ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມທະວີເອົາໃຈໃສ່ໃນຂອດການພົວພັນປະສານສົມທົບເຊິ່ງກັນແລະກັນ ເພື່ອຕິດຕາມກວດກາ, ຊຸກຍູ້ໃຫ້ນັກສຶກສາ ມີຄວາມເອົາໃຈໃສ່ສຶກສາຄົ້ນຄວ້າຂຽນວິທະຍານິພົນ ແລະ ເອົາໃຈໃສ່ປະຕິບັດລະບຽບວິໄນ ຂອງໂຮງຮຽນວາງອອກໃຫ້ເຂັ້ມງວດຂຶ້ນກວ່າເກົ່າ.