ແຂວງຜົ້ງສາລີ ຄົ້ນຄວ້າການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ຂັ້ນທ້ອງຖິ່ນ

0
587

ໃນວັນທີ 29 ກັນຍາ 2020 ນີ້, ຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະ ພາປະຊາຊົນ ແຂວງຜົ້ງສາລີ ໄດ້ເປີດກອງປະຊຸມຄົ້ນຄ້ວາປຶກສາຫາລື ກ່ຽວກັບການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ຂັ້ນທ້ອງຖິ່ນ, ໂດຍການເປັນປະທານ ພັທ ຄຳດາ ໂສລະພົມ ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການຍຸຕິທຳ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ມີ ຫົວໜ້າ-ຮອງຫົວໜ້າພະແນກການ, ພ້ອມດ້ວຍ ສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳພັນ ຄຸນສົມບັດ ຫົວໜ້າຂະແໜງຍຸຕິທຳ ຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບ ກ່ຽວກັບຜົນການຄົ້ນຄ້ວານິຕິກຳໃຕ້ກົດໝາຍ ແລະ ຄຳສັ່ງຂອງເຈົ້າແຂວງ ສະບັບເລກທີ 3 ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ. ໂດຍໄດ້ຮັບການມອບໝາຍຈາກຄະນະປະຈຳ ສະພາປະຊາຊົນ ກ່ຽວ ກັບການຄົ້ນຄ້ວານິຕິກຳໃຕ້ກົດໝາຍ ທີ່ທ່ານເຈົ້າແຂວງສະເໜີໃຫ້ສະພາປະຊາຊົນແຂວງ ພິຈາລະນາຮັບຮອງເອົາ ທັງໝົດ 5 ສະບັບ ແລະ ຄຳ ສັ່ງເລກທີ 3 ຂອງເຈົ້າແຂວງວ່າດ້ວຍການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ທີ່ສະພາປະຊາຊົນແຂວງ ຮັບ ຮອງເອົາແລ້ວນັ້ນ ນຳມາຄົ້ນຄ້ວາ, ປຶກສາຫາລືການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ເພື່ອປັບປຸງໃຫ້ສອດຄ່ອງກັບ ປະມວນກົດໝາຍອາ ຍາ ປີ 2017, ເຊິ່ງໄດ້ມີການຄົ້ນຄ້ວາແຕ່ລະ ນິຕິກຳ ຄື:1.ຮ່າງແຜນການຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ຮອບດ້ານ, 2. ຮ່າງແຜນຄຸ້ມຄອງການປູກສ້າງ ຢູ່ເທດສະ ບານແຂວງ ທີ່ເມືອງບຸນເໜືອ, 3.​ ຮ່າງແຜນຈັດສັນ ແລະ ພັດທະນາເທດ ສະບານແຂວງ ທີ່ເມືອງບຸນເໜືອ ແຕ່ປີ 2021-2030, 4. ຮ່າງຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການປະເມີນລາຄາທີ່ດິນ ທົ່ວແຂວງຜົ້ງສາ ລີ, 5. ຮ່າງຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍກອງທຶນແຮ ຊ່ວຍເຫຼືອສຸກເສີນຜູ້ປະສົບໄພພິບັດ ແລະ ຄຳສັ່ງເລກທີ 3 ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ.

ໃນກອງປະຊຸມ, ບັນດາພະແນກການ ທີ່ກ່ຽວຂ້ອງ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ, ພ້ອມທັງ ຖາມ-ຕອບ ບາງຄຳຖາມເຈາະຈີ້ມ ເປັນຕົ້ນແມ່ນ ການຄົ້ນຄ້ວາ ແລະ ສ້າງແຜນການນິຕິກຳໃນການ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການກຳນົດຫຼັກການ ແລະ ມາດຕະການໃນການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ພ້ອມທັງ ມີມາດຕະການໃນການຫຼຸດຜ່ອນ ຜົນກະ ທົບຕໍ່ສິ່ງ ແວດລ້ອມ ແລະ ສັງຄົມ ຂອງແຕ່ລະຂົງເຂດວຽກງານ, ການປູກສ້າງກິດຈະການຕ່າງໆໃຫ້ຖືກຕ້ອງຕາມແຜນຜັງຕົວເມືອງ, ແຜນຈັດສັນ ແລະ ພັດທະນາເທດສະບານແຂວງໃໝ່ ໃຫ້ເປັນຕົວເມືອງທີ່ທັນສະໄໝ ແລະ ບັນດາທີ່ເປັນບັນຫາຄວາມຫຍຸ້ງຍາກ ແລະ ຄວາມບໍ່ເປັນເອກະພາບອື່ນໆ ເພື່ອເປັນບ່ອນອີງໃນການຄົ້ນຄ້ວາ ແລະ ພິຈາລະນາຂອງສະມາຊິກສະພາ ປະຊາຊົນແຂວງ ເພື່ອລົງຄະແນນສຽງ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ 1 ທີ່ຈະມາເຖິງນີ້.