ຕະລອດໄລຍະ ເດືອນກັນຍາ 2020 ນີ້, ທົ່ວນະຄອນຫຼວງວຽງຈັນ ຍັງມີປະກົດການຫຍໍ້ທໍ້ເກີດຂຶ້ນເປັນປະຈໍາ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ພ້ອມທັງເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍ, ເຊິ່ງມີຄະດີເກີດຂຶ້ນທັງໝົດ 160 ກວ່າເລື່ອງ
ແລະ ຖ້າທຽບໃສ່ເດືອນຜ່ານມາແມ່ນຫຼຸດລົງ 25 ເລື່ອງ.

ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍໃຫ້ຮູ້ວ່າ: ໃນເດືອນກັນຍາ 2020 ນີ້, ມີຄະດີເກີດຂຶ້ນ ທັງໝົດ 161 ເລື່ອງ. ໃນນັ້ນ, ບໍ່ລວມສະພາບໄຟໄໝ້, ອຸບັດຕິເຫດ ແລະ ຄົນເສຍຊີວິດ ເມື່ອທຽບໃສເດືອນຜ່ານມາເຫັນວ່າ ມີຄະດີຫຼຸດລົງຈໍານວນ 25 ເລື່ອງ. ໃນນີ້, ມີຄະດີຢາເສບຕິດ 1 ເລື່ອງ, ປຸ້ນຊັບ 2 ເລື່ອງ, ຊິງຊັບ 15 ເລື່ອງ, ລັກຊັບ 75 ເລື່ອງ. ໃນນີ້, ງັດແງະ 26 ເລື່ອງ, ລົດຈັກເສຍ 48 ຄັນ ແລະ ລົດໃຫຍ່ເສຍ 1 ເລື່ອງ, ຊື້-ຂາຍຢາເສບຕິດ 34 ເລື່ອງ, ເສບຢາເສບຕິດ 22 ເລື່ອງ, ຂົນສົ່ງຢາເສບຕິດ 1 ເລື່ອງ, ຍິງປືນ 1 ເລື່ອງ, ທຳຮ້າຍຮ່າງກາຍ 1 ເລື່ອງ, ຊື້-ຂາຍຊັບຜິດກົດໝາຍ 5 ເລື່ອງ ແລະ ສໍ້ໂກງຊັບ 4 ເລື່ອງ. ຈາກເຫດການດັ່ງກ່າວສ້າງຜົນເສຍຫາຍມີ ເງິນ 129.792.000 ກີບ, ລົດຈັກ 58 ຄັນ, ຄຳຮູບປະພັນ ນ້ຳໜັກ 9 ບາດ ກັບ 2 ສະຫຼຶງ, ບັດຕື່ມມູນຄ່າໂທ 2.500.000 ກີບ, ໂມງໃສ່ແຂນ 25 ໜ່ວຍ, ປ້ຳລົມ 1 ອັນ, ແທັບເລັດ 1 ໜ່ວຍ, ກ້ອງຖ່າຍຮູບ 1 ໜ່ວຍ, ຄອມພິວເຕີ້ໂນ໋ດບຸກ 2 ໜ່ວຍ, ໂທລະພາບ 1 ໜ່ວຍ, ໂທລະສັບມືຖື 26 ໜ່ວຍ ແລະ ເຄື່ອງອື່ນໆຈໍານວນໜຶ່ງ.

ເຖິງຢ່າງໃດກໍຕາມ, ໃນໜຶ່ງເດືອນຜ່ານມາ, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຍັງສາມາດມ້າງ-ແກ້ໄຂຄະດີໄດ້ຈໍານວນ 99 ເລື່ອງ, ກັກ ຕົວຜູ້ຖືກຫາ 255 ຄົນ ຍິງ 34 ຄົນ; ເຊິ່ງໃນນີ້, ມີມ້າງປຸ້ນຊັບໄດ້ 1 ເລື່ອງ, ກັກຕົວ ຜູ້ຖືກຫາ 1 ຄົນ; ຊິງຊັບ 1 ເລື່ອງ ກັກຕົວຜູ້ຖືກຫາ 1 ຄົນ; ລັກຊັບ 23 ເລື່ອງ, ກັກຕົວຜູ້ຖືກຫາ 43 ຄົນ ຍິງ 3 ຄົນ; ຊື້-ຂາຍຢາເສບຕິດ 34 ເລື່ອງ, ກັກຕົວຜູ້ຖືກຫາ 101 ຄົນ ຍິງ 15 ຄົນ;
ເສບຢາເສບຕິດ 22 ເລື່ອງ, ກັກຕົວຜູ້ຖືກຫາ 75 ຄົນ ຍິງ 12 ຄົນ; ຂົນສົ່ງຢາເສບຕິດ 1 ເລື່ອງ, ກັກຕົວຜູ້ຖືກຫາ 6 ຄົນ; ຊື້-ຂາຍຊັບຜິດກົດໝາຍ 5 ເລື່ອງ, ກັກຕົວຜູ້ຖືກຫາ 10 ຄົນ; ທຳຮ້າຍຮ່າງກາຍ 1 ເລື່ອງ, ກັກຕົວຜູ້ຖືກຫາ 4 ຄົນ ແລະ ສໍ້ໂກງຊັບພົນລະເມືອງໄດ້ 9 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 12 ຄົນ ຍິງ 3 ຄົນ. ຢຶດຂອງກາງໄດ້: ເງິນ 10.277.000 ກີບ, 125.960 ບາດ, 300 ໂດລາສະຫະລັດ; ຢາບ້າ 7.701.745 ເມັດ; ຢາໄອສ໌ 234 ຫໍ່, 82 ກິໂລກຼາມ, 1 ຖົງໃຫຍ່ ກັບ 26 ຖົງນ້ອຍ; ເຮໂຣອິນ 2 ຖົງນ້ອຍ; ຢາຝິ່ນ 1 ກິໂລກຼາມ; ລົດໃຫຍ່ 4 ຄັນ; ລົດຈັກ 6 ຄັນ; ປືນສັ້ນ 2 ກະບອກ ພ້ອມລູກປືນ 14 ລູກ; ປືນແກັບ 2 ກະບອກ; ເລົາປືນແກັບ 5 ອັນ; ສາຍຄໍຄ້າຍຄືຄຳ 1 ເສັ້ນ ແລະ ໂທລະສັບມືຖື 6 ໜ່ວຍ. ພ້ອມນັ້ນ, ຍັງສາມາດເກັບກູ້ຊັບສິນຄືນໄດ້ ຄື: ເງິນ 18.700.000 ກີບ, 375.000 ບາດ, 14.000 ໂດລາສະຫະລັດ; ລົດໃຫຍ່ 2 ຄັນ; ລົດຈັກ 35 ຄັນ, ໝໍ້ໄຟລົດ 2 ໜ່ວຍ; ຈັກຂັດສີລົດ 1 ໜ່ວຍ, ສະຫວ່ານ 1 ອັນ ແລະ ໂທລະສັບມືຖື 3 ໜ່ວຍ.

ຈາກສະພາບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນນະຄອນຫຼວງວຽງຈັນ ໃນໜຶ່ງເດືອນຜ່ານມານັ້ນ, ເຖິງແມ່ນວ່າຈະມີຄະດີຫຼຸດລົງ ແຕ່ມັນຍັງສະແດງໃຫ້ເຫັນເຖິງຄວາມບໍ່ສະຫງົບ-ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ເກີດຂຶ້ນຢູ່. ສະນັ້ນ, ເພື່ອເຮັດໃຫ້ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ, ດໍາລົງຊີວິດຢ່າງມີຄວາມປອດໄພ ມັນຈຶ່ງເປັນໜ້າທີ່ຂອງໝົດທຸກຄົນທີ່ຈະຊ່ວຍກັນຮັກສາຄວາມສະຫງົບ.