ຈັດກຳລັງ 200 ກວ່າສະຫາຍ ອຳນວຍຄວາມສະດວກໃນການສັນຈອນ ງານບຸນຊ່ວງເຮືອທ່າວັດຈັນ

0
760

ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ( ນວ) ບັນຈຸກຳລັງ 221 ສະຫາຍ ເຂົ້າຈຸດປ້ອງກັນ ງານບຸນຊ່ວງເຮືອ ທ່າວັດຈັນ ໃນລະຫວ່າງວັນທີ 1-3 ຕຸລາ 2020 ເພື່ອອຳນວຍຄວາມສະດວກ ແລະ ແກ້ໄຂບັນ ຫາຈະລາຈອນແອອັດ ຕາມເສັ້ນທາງຕ່າງໆ.

ພັທ ຄໍາໄຕ ໝັ້ນໂນລິນ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນວ ກ່າວໃນກອງປະຊຸມ ຜ່ານແຜນປ້ອງກັນ ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ໃນວັນທີ 1 ຕຸລາ 2020 ວ່າ: ບຸນຊ່ວງເຮືອ ທ່າວັດຈັນປີນີ້ ຄາດວ່າ ສະພາບການສັນຈອນ ຈະມີຄວາມແອອັດ, ຊັບສົນຢູ່ບາງຖະໜົນ ເຊັ່ນຖະໜົນສຸພານຸວົງ, ເສດຖາທິລາດ, ສາມແສນໄທ, ຄູວຽງ ແລະອື່ນໆ. ສະນັ້ນ, ເພື່ອອຳນວຍຄວາມສະດວກໃຫ້ແກ້ ຜູ້ໃຊ້ລົດ-ໃຊ້ຖະໜົນ ໃນໄລຍະງານດັ່ງກ່າວ, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ໄດ້ສົມ ທົບກັບຕໍາຫຼວດຈະລາຈອນ 9 ເມືອງ ຈໍານວນ 221ສະຫາຍ ລວມມີ 52 ຈຸດ.ໃນນີ້, ວົງໃນ ມີ 30 ຈຸດ, ວົງນອກ 22ຈຸດ ທີ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປະຈໍາຢູ່ຕາມງານບຸນ ແລະ ສາຍ ທາງຕ່າງໆ ເພື່ອປະຕິບັດໜ້າທີ່ອໍານວຍຄວາມສະດວກໃຫ້ຜູ້ຂັບຂີ່ ແລະ ນັກທ່ອງທ່ຽວ ທີ່ມາທ່ຽວຊົມງານບຸນດັ່ງກ່າວ ໃຫ້ສາມາດ ສັນຈອນໄປ-ມາ ໄດ້ຢ່າງສະດວກໃນໄລຍະບຸນຊ່ວງເຮືອ.ນອກນີ້, ຕຳຫຼວດຈະລາຈອນ 6 ເມືອງ ເຊັ່ນ: ນາຊາຍທອງ, ຫາດຊາຍຟອງ,ໄຊທານີ,ໄຊເສດ ຖາ, ສັງທອງ ແລະ ປາກງື່ມ ແມ່ນຈະໄດ້ຕັ້ງດ່ານກວດກາ ຍານພາຫະນະ ທີ່ລະເມີດກົດລະບຽບການຈະລາຈອນ ຕະຫຼອດ 24 ຊົ່ວໂມງ.

ໂອກາດນີ້, ພັທ ຈັນທະບູນ ມະນີວົງ ຮອງຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ທີ່ໄດ້ເຂົ້າຮ່ວມກອງປະຊຸມ ກໍໄດ້ເນັ້ນໃຫ້ກຳລັງຕຳຫຼວດຈະລາຈອນ ທີ່ລົງປະຕິບັດໜ້າທີ່ ຈົ່ງເອົາໃຈໃສ່ໃນການລະບາຍການສັນຈອນ ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ຕາມເສັ້ນທາງ ເພື່ອຮັບປະກັນໃຫ້ການສັນຈອນໃນໄລຍະງານດັ່ງກ່າວ ມີຄວາມສະດວກໃນການສັນຈອນ. ພ້ອມກັນນີ້, ຕ້ອງໄດ້ເອົາໃຈໃສ່ຄວບຄຸມການກາ ຜູ້ຂັບຂີ່ ເມົາແລ້ວຂັບລົດ, ແລະ ບັນກາຂັບຂີ່ລົດໄວເກີນກໍານົດ ໂດຍມີການຕັ້ງດ່ານກວດກາກັນຍ່າງຄັກແນ່ໃນແຕ່ລະວັນ ເພື່ອສະກັດກັ້ນບໍ່ໃຫ້ມີເກີດອຸບັດຕິເຫດຕາມທ້ອງຖະໜົນ.

ພ້ອມດຽວກັນນີ້, ທ່ານຮອງຫົວໜ້າຫ້ອງຕໍາຫຼວດ ໄດ້ຮຽກຮ້ອງ ມາຍັງພໍ່ແມ່ປະຊາຊົນທີ່ມາທ່ຽວງານບຸນ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບ ຕ່າງໆ ທີ່ນະຄອນຫຼວງວຽງຈັນ ວາງອອກຢ່າງເຂັ້ມງວດ, ກ່ອນຈະມາທ່ຽວຊົມງານບຸນ ຕ້ອງເກັບມ້ຽນຊັບສິນມີຄ່າໄວ້ໃຫ້ດີ, ສິ່ງສຳຄັນ ຕ້ອງມອດເຄື່ອງໃຊ້ໄຟຟ້າ,ມອດໄຟບູຊາພາຍໃນເຮືອນໃຫ້ໝົດ ກ່ອນອອກຈາກເຮືອນ ເພື່ອຫຼີກລ່ຽງບັນຫາການເກີດອັກຄີໄພ.ສະ ເພາະຜູ້ທີ່ມີຈຸດ ປະສົງມາທ່ຽວຊົມງານບຸນ ຕ້ອງມີສະຕິໃນການຮັກສາຊັບສິນເງິນຄຳໃຫ້ດີ ເພື່ອຫຼີກລ່ຽງການຖືກແຫກ ຫຼື ລ່ວງກະເປົາໃນງານບຸນ.