ວັນທີ 25 ກັນຍາ 2020, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານ ພ້ອມທັງຍ້ອງຍໍຜົນງານປ້ອງກັນປີທ່ອງທ່ຽວລາວ 2018 ຂຶ້ນຢູ່ສະໂມສອນກອງກົມກອງ, ໂດຍການເປັນປະທານຂອງ ພັທ ລິດໄຊຍະ ຜາແກ້ວ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ມີຄະນະພັກ-ຄະນະບັນຊາບັນດາກົມກອງທີ່ ກ່ຽວຂອງທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

ພັທ ສີປະເສີດ ສອນພັນ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຢູ່ກອງບັນຊາການທະຫານ ແຂວງໄຊ ຍະບູລີ; ໃນນີ້ ໄດ້ຕົກລົງເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈຳນວນ 80 ສະຫາຍ, ພ້ອມນີ້ຍັງໄດ້ປະດັບຫຼຽນ ແລະ ມອບໃບຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງ ລວມໝູ່ທີ່ມີຜົນງານດີເດັ່ນໃນການປ້ອງກັນປີທ່ອງທ່ຽວລາວ 2018; ໃນນິ້, ໄດ້ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ 26 ສະຫາຍ, ກົມກອງລວມໝູ່ 1 ກົມກອງ, ປະດັບ ຫຼຽນໄຊແຮງງານຊັ້ນ III ໃຫ້ 30 ສະຫາຍ, ປະດັບຫຼຽນກາແຮງງານໃຫ້ 37 ສະຫາຍ; ມອບໃບຍ້ອງຍໍລັດຖະບານ ໃຫ້ 60 ສະຫາຍ, ຍ້ອງຍໍກະຊວງຖະ ແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ 80 ສະຫາຍ ແລະ ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງໄຊຍະບູລີ ໃຫ້ 100 ສະຫາຍ.

ໂອກາດນີ້, ພັທ ລິດໄຊຍະ ຜາແກ້ວ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ບັນດາສະຫາຍຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ທຸກສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ແລະ ໄດ້ຮັບການຍ້ອງຍໍໃຫ້ມີທັດສະນະຫຼັກໝັ້ນ, ການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມອຸ່ນອຽນທຸ່ນທ່ຽງ, ມີນຳ້ໃຈບໍລິສຸດສັດ ຊື່, ມີສະຕິຕໍ່ການຈັດຕັ້ງເອົາໃຈໃສ່ປະຕິບັດຂໍ້ກຳນົດກົດລະບຽບໃຫ້ເຂັ້ມງວດ, ມີຄວາມຕື່ນຕົວໃນການຊອກຮູ້ຮ່ຳຮຽນ ເອົາປະສົບການຈາກໝູ່ເພື່ອນ ແລະ ການຈັດຕັ້ງ, ພ້ອມກັນປັບປຸງກໍ່ສ້າງກົມກອງຂອງຕົນໃຫ້ກ້າວຂຶ້ນຢ່າງໜັກແໜ້ນ.