ອີງຕາມສະຖິຕິອຸບັດຕິເຫດປະຈຳທິດ ໃນລະຫວ່າງ ວັນທີ 21-27 ກັນຍາ 2020 ຂອງພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນ 1 ອາທິດຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 26 ຄັ້ງ, ມີຄົນເສຍຊີວິດ 2 ຄົນ. ທຽບໃສ່ອາທິດຜ່ານມາ ການເກີດອຸບັດຕິເຫດທົ່ວນະຄອນຫຼວງວຽງຈັນ ເພີ່ມຂຶ້ນ 2 ກໍລະນີ, ແຕ່ອາທິດທີ່ແລ້ວ ມີຜູ້ເສຍຊີວິດ 3 ຄົນ ມີອຸບັດຕິເຫດ ເກີດຂຶ້ນ 24 ຄັ້ງ.

ຈາກສະພາບການເກີດອຸບັດຕິເຫດແຕ່ລະຄັ້ງ ເຮັດໃຫ້ມີພາຫະນະເປ່ເພທັງໝົດ 50 ຄັນ.ໃນນີ້, ເປ່ເພເລັກໜ້ອຍ 34 ຄັນ, ສົມຄວນ 16 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 8 ຄົນ, ສົມຄວນ 10 ຄົນ, ສາຫັດ 4 ຄົນ ແລະ ເສຍຊີວິດ 2 ຄົນ. ພາຫະນະທີ່ຮ່ວມເກີດອຸບັດຕິເຫດ ມີລົດ ຈັກຕຳລົດຍົນ 10 ຄັ້ງ, ລົດຈັກຕຳລົດຈັກ 5 ຄັ້ງ, ລົດຍົນຕຳລົດຍົນ 4 ຄັ້ງ, ລົດຈັກຕຳລົດບັນທຸກ 2 ຄັ້ງ, ລົດຈັກຕຳລົດຍົນ 1 ຄັ້ງ, ລົດຍົນຕຳ ລົດຍົນຕຳລົດຍົນ 1 ຄັ້ງ, ລົດຍົນຕຳຄົນ 1 ຄັ້ງ, ລົດຍົນຕຳເສົາໄຟ 1 ຄັ້ງ ແລະ ລົດຍົນເສຍຫຼັກຕຳຕູບ 1 ຄັ້ງ.

ເມືອງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນ ເມືອງສີໂຄດຕະບອງ ມີອຸບັດເຫດເກີດຂຶ້ນ 7 ຄັ້ງ, ຮອງລົງມາແມ່ນເມືອງໄຊເສດຖາ ແລະ ເມືອງໄຊທານີ ເມືອງລະ 5 ຄັ້ງ, ສີສັດຕະນາກ 4 ຄັ້ງ, ຫາດຊາຍຟອງ 2 ຄັ້ງ, ຈັນທະບູລີ, ນາຊາຍທອງ ແລະ ປາກງື່ມ ເມືອງລະ 1 ຄັ້ງ. ສາຍທາງທີ່ເກີດອຸບັດຕິເຫດ ປະກອບມີຖະໜົນ 13 ເໜືອ 1 ຄັ້ງ, 13 ໃຕ້ 2 ຄັ້ງ, ທ່າເດື່ອ 2 ຄັັ້ງ, ເສດຖາ 1 ຄັ້ງ, ເລກ 10 1 ຄັ້ງ, ອາຊຽນ 3 ຄັ້ງ, ສຸພານຸວົງ 2 ຄັ້ງ ແລະ ສາມແສນໄທ 1 ຄັ້ງ. ລວມມູນຄ່າການເສຍຫາຍ ທັງໝົດ 3 ຮ້ອຍກວ່າລ້ານກີບ.