ປກສ ແຂວງສະຫວັນນະເຂດ ປະກາດການຈັດຕັ້ງ

0
1342

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດພິທີປະກາດການຈັດຕັ້ງ ໃນວັນທີ 30 ກັນຍາ 2020, ເຂົ້າຮ່ວມໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງກົມໃຫຍ່ການເມືອງ ກະຊວງ ປກສ, ມີ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ປກສເມືອງ, ຫ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັອ ຄໍາພອນ ແສງສາລີຈັນ ຮອງຫົວໜ້າກົມຈັດຕັ້ງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນ ຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1632/ປກສ, ລົງວັນທີ 14 ສິງຫາ 2020 ວ່າດ້ວຍການແຕ່ງ ຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ.ໃນນີ້, ແຕ່ງຕັ້ງ  ພັທ ມິ່ງແກ້ວ ວົງຄໍາພາ ເປັນຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນສູງເລກ III, ສ່ວນ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ ແລະ ຜ່ານຂໍ້ຕົກລົງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1634/ປກສ, ລົງວັນທີ 14 ສິງຫາ 2020ວ່າດ້ວຍການໂຍກຍ້າຍນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ.ໃນນີ້,ໂຍກຍ້າຍ ພັທ ບຸນລັງ ສີ ອຸດົມ ຈາກກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄປຮັບໜ້າທີ່ໄໝ່ຢູ່ວິທະຍາຄານຕຳຫຼວດປະຊາຊົນ

ໂອກາດນີ້, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ກ່າວວ່າ: ການແຕ່ງຕັ້ງນີ້ ກໍເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລ ຍະໃໝ່. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ບັນດານາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ພ້ອມດ້ວຍຄະນະທີ່ມີຢູ່ແລ້ວ ຈົ່ງພ້ອມກັນສາມັກຄີແລກປ່ຽນຖອດຖອນບົດຮຽນເຊີ່ງກັນແລະກັນ, ນຳພາຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບ,ເອົາໃຈໃສ່ວຽກງານການເມືອງແນວຄິດ ຕິດພັນກັບວຽກງານວິຊາສະເພາະ, ລົງເລີກໃກ້ຊິດຕິດແທດ ພະນັກງານ-ນັກຮົບ, ປ້ອງກັນ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ ທັງພາຍໃນກຳ ລັງ ແລະໃນສັງຄົມ ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ໃນແຂວງສະຫວັນ ນະເຂດ ມີຄວາມໜັກແໜ້ນເຂັ້ມແຂງ ພ້ອມຮັບໃຊ້ປະຊາຊົນ ແລະ ເຮັດໃຫ້ສັງຄົມມີຄວາມສະຫງົບ.