ຫ້ອງວ່າການກະຊວງ ປກສ ເຊື່ອມຊຶມບັນດາເອກະສານສໍາຄັນ

0
847

ໃນວັນທີ 1 ຕຸລາ ນີ້ , ຫ້ອງວ່າການກະຊວງ ປກສ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ສະບັບເລກທີ 111/ກມສພ, ລົງວັນທີ 22 ພຶດສະພາ 2020 ແລະ ມະຕິວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະ ດີ ຕາມຂະບວນການຍຸຕິທໍາ, ສະບັບເລກທີ112/ກມສພ, ລົງວັນທີ 2 ມິຖຸນາ 2020, ໃຫ້ກຽດເຜີຍແຜ່ໂດຍ ພັອ ອານຸເດດ ຄູນຄໍາ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ມີສະມາຊິກພັກສົມບູນ-ສໍາຮອງອ້ອມຂ້າງ ເຂົ້າຮ່ວມ.

ພັອ ອານຸເດດ ຄູນຄໍາ ໄດ້ຍົກ ທັດສະນະຂອງພັກຕໍ່ວຽກງານປ້ອງກັນຄວາມ ໃຫ້ເຫັນວ່າ: ວຽກງານປ້ອງກັນຄວາມສະຫງົບ ແມ່ນວຽກງານຍຸດທະສາດສໍາຄັນຕົ້ນຕໍຂອງພັກ-ລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ,ມີລັດສະນະຕັດສິນຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງປະເທດຊາດ ພາຍໃຕ້ການນໍາພາໂດຍກົງ ເດັດຂາດ ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ. ພັກເຮົາ ຍາມໃດ ກໍຖືເອົາຄວາມສະຫງົບເປັນເງື່ອນ ໄຂພື້ນຖານຮັບປະກັນໃຫ້ແກ່ການພັດທະນາ, ຢາກພັດທະນາໄດ້ ກໍຕໍ່ເມື່ອມີຄວາມສະຫງົບປອດໄພ, ໄລຍະໃໝ່ນີ້ ຕ້ອງຮູ້ເສີມສ້າງ ແລະ ຍົກລະດັບການຊົມໃຊ້ໝາກຜົນຂອງການພັດທະນາຢ່າງຍຸຕິທໍາ ແລະ ທົ່ວເຖິງ ເພື່ອຮັບປະກັນໃຫ້ແກ່ຄວາມສະຫງົບ. ພ້ອມນັ້ນ, ກໍຕ້ອງສົມທົບແໜ້ນວຽກງານປ້ອງກັນຄວາມສະຫງົບ ກັບວຽກງານປ້ອງກັນຊາດ, ການພັດທະນາເສດຖະກິດ,​ວັດທະນະທໍາ-ສັງ ຄົມ ແລະ ການຕ່າງປະເທດ ຢ່າງກົມກຽວ.

ທັດສະນະຊີ້ນໍາຂອງພັກ ກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທໍາ ແມ່ນການເພີ່ມທະວີວຽກງານຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງ ຄົມດ້ວຍລັດຖະທໍາມະນູນ ແລະ ກົດໝາຍພາຍໃຕ້ການນໍາພາຂອງພັກ, ເນື້ອແທ້ແມ່ນການປົກປັກຮັກສາໝາກຜົນຂອງການປະຕິວັດ ກໍຄື ການປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ຂອງພົນລະເມືອງ ແມ່ນການບູລະນະສັງຄົມ ທີ່ສີວິໄລ ຮັບປະກັນຄວາມສາມັຄີປອງດອງ ແລະ ການດຳເນີນຄະດີຕາມຂະບວນຍຸຕິທໍາ ຕ້ອງຮັບປະກັນຄວາມໂປ່ງໃສ, ຖືກຕ້ອງ,ເປັນທໍາ ແລະມີປະສິດທິພາບ, ຮັບປະກັນສິດ ສະເໝີພາບຂອງພົນລະເມືອງຕໍ່ກົດໝາຍ; ຜູ້ທີ່ລະເມີດຕ້ອງໄດ້ຮັບການລົງໂທດ ຫຼື ໃຊ້ແທນຄ່າເສຍຫາຍ, ການແກ້ໄຂຂໍ້ຂັດແຍ່ງຕ້ອງຮັບປະ ກັນຄວາມຖືກຕ້ອງ, ສອດຄ່ອງຕາມລັດຖະທໍາມະນູນ ແລະ ກົດໝາຍຢ່າງເຂັ້ມງວດ ທັງຖືກຕ້ອງກັບຄວາມເປັນຈິງ.