ຊຸກຍູ້ຕິດຕາມ ພະນັກງານລົງກໍ່ສ້າງຮາກຖານ ຢູ່ເມືອງລະມາມ

0
729

ພັອ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມຄະນະ ໄດ້ລົງຊຸກຍູ້ຕິດຕາມກວດກາ ພະນັກງານລົງກໍ່ສ້າງຮາກ ຖານການເມືອງ ຢູ່ ປກສ ກຸ່ມ II ບ້ານໂພນ ເມືອງລະມາມ ແຂວງເຊກອງ ໃນວັນທີ 30 ກັນຍາ ຜ່ານມາ,ມີ ພະນັກງານ-ນັກຮົບ,ພ້ອມດ້ວຍ ການຈັດຕັ້ງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ.

 ພັຕ ບຸນອ້ອມ ດາວພະຈັນ ຫົວໜ້າ ປກສ ກຸ່ມ II ບ້ານໂພນ ໄດ້ລາຍງານສະພາບໃຫ້ຮູ້ວ່າ: ກຸ່ມ II ບ້ານໂພນ, ມີ  7 ບ້ານ,ໄດ້ປະຕິບັດເກັບກຳສະຖິຕິພົນລະເມືອງແລ້ວ 4 ບ້ານ, ຍັງເຫຼືອ 3 ບ້ານ ແມ່ນພວມສືບຕໍ່ຈັດຕັ້ງປະຕິບັດ ແລະ ຍັງບໍ່ທັນໄດ້ຈົດທະບຽນສຳມະໂນຄົວ ມີ 106 ຄົນ ຍິງ 46 ຄົນ, ອາຍຸ 15 ປີ ຂຶ້ນໄປ ມີ 79 ຄົນ ຍິງ 41 ຄົນ. ເຫດຜົນບໍ່ທັນໄດ້ຂຶ້ນສໍາມະໂນຄົວ ແມ່ນເດັກເກີດໃໝ່ ມີ 63 ຄົນ ຍິງ 28 ຄົນ, ຕົກຄ້າງ 138 ຄົນ ຍິງ 65 ຄົນ,ໂຍກຍ້າຍມາຈາກຕ່າງເມືອງ 61 ຄົນ ຍິງ 26 ຄົນ, ເກັບກຳສະຖິຕິຄົນຕ່າງປະເທດ 1 ຄົນ (ຄົນຫວຽດ ນາມ ) ມີເອກະຖືກຕ້ອງ, ຄົນຕ່າງປະເທດ ແຕ່ງດອງກັບພົນລະເມືອງລາວ 1 ຄົນ, ເກັບກໍາສະຖິຕິອາຊິບ ແລະພາຫະນະພິເສດ, ໄດ້ຂຶ້ນບັນຊີພາຫະນະ ທີ່ແລນດ້ວຍເຄື່ອງຈັກ (ລົດຈັກ) ມີ 37 ຄັນ, ມີເອກະສານຖືກຕ້ອງ 24 ຄັນ, ບໍ່ມີເອກະສານຖືກຕ້ອງ 13 ຄັນ,ໄດ້ຮັບແຈ້ງຄວາມຈາກປະຊາຊົນ 1 ຄັ້ງໃນຂໍ້ຫາລັກຊັບພົນລະເມືອງ, ທົ່ວກຸ່ມມີອຸ ບັດຕິເຫດ 1 ຄັ້ງ, ຜູ້ຮັບບາດເຈັບເຫຼັກໜ້ອຍ 2 ຄົນ ພາຫະນະເປ່ເພ 1 ຄັນ ແລະ ໄດ້ແກ້ໄຂຄະດີອາລະວາດ ຢູ່ບ້ານຮ່ອງໄລ 1 ຄັ້ງ.

ພັອ ສົມໄຊ ພູລະຄຳມະນີ ໄດ້ຍ້ອງຍໍ້ຊົມເຊີຍການປະກອບສ່ວນ ຢ່າງແຂງແຮງຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມ ເຊິ່ງການຫັນເອົາພະນັກງານລົງກໍ່ສ້າງຮາກຖານໃນເທື່ອນີ້ ເພື່ອຢາກປັບປຸງໃຫ້ຮາກຖານການເມືອງ ມີຄວາມໝັກແໜ້ນ,ມີຄວາມເຂັ້ມແຂງ ແລະ ເພື່ອເປັນການສະກັດກັ້ນແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະບັນຫາຢາເສບຕິດ, ຂີ້ລັກງັດເງາະ, ປຸ້ນຈີ້ຊິງຊັບ, ລັກຊັບພົນ ລະເມືອງ.ໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໄດ້ເນັ້ນໃຫ້ພະນັກງານທີ່ລົງກໍ່ສ້າງຮາກຖານທຸກສະຫາຍ ເພີ່ມທະວີຮັກສາຄວາມສະມັກຄີ ລະຫວ່າງພະນັກງານລົງກໍ່ສ້າງຮາກຖານການເມືອງ ກັບພະນັກງານກຸ່ມບ້ານ ກັບເຖົ້າແກ່ແນວໂຮມ ໃຫ້ມີຄວາມໝັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ.