ຫ້ອງສັນຕິບານ ປກສ ແຂວງຄຳມ່ວນ ສະຫຼຸບວຽກງານ ໄຕມາດ III

0
711

ໃນວັນທີ 1 ຕຸລາ ຜ່ານມາ, ຄະນະພັກຮາກຖານຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ຕີລາຄາການເຄື່ອນໄຫວຊີ້ນຳ-ນຳພາ ປະຈຳໄຕມາດ III ສົກປີ 2020, ໂດຍການເປັນປະທານຂອງ ສະຫາຍ ພັທ ບຸນເສີມ ພົມມະຈັນ ເລຂາຄະນະ ພັກຮາກຖານ ຫົວໜ້າຫ້ອງສັນຕິບານ ປກສ ແຂວງຄຳມ່ວນ, ມີ ຄະນະຫ້ອງ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກພາຍໃນຫ້ອງ ເຂົ້າຮ່ວມ.

ສະຫາຍ ພັທ ແກ້ວອຸດອນ ພວງມະໄລ ຄະນະພັກຮາກຖານ ຮອງຫົວໜ້າພະແນກຄຸ້ມຄອງຄົນຕ່າງປະເທດ ໄດ້ຜ່ານບົດສະຫຼຸບຕີລາຄາການ ເຄື່ອນໄຫວການຊີ້ນຳ-ນຳພາ ຂອງຄະນະພັກຮາກຖານຫ້ອງສັນຕິບານ ປກສ ແຂວງຄຳມ່ວນ ໃນໄລຍະ 3 ເດືອນຜ່ານມາ,  ຄະນະພັກໄດ້ເອົາ ໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາສະມາຊິກພັກພາຍໃນຮາກຖານຢ່າງຕໍ່ເນື່ອງ ແລະ ເປັນປະຈຳເຮັດໃຫ້ສະມາຊິກພັກ,ພະ ນັກງານ-ນັກຮົບໃນທົ່ວຫ້ອງເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມບໍລິສຸດສັດຊື່ຕໍ່ປະເທດຊາດ,ຢຶດໝັ້ນໃນອຸດົມການພັກ,ຍອມເສຍສະຫຼະເພື່ອປະເທດຊາດ ແລະ ເພື່ອປະຊາຊົນ. ດ້ານວຽກງານວິຊາສະ ເພາະ ສາມາດກວດຄົນເຂົ້າ-ອອກເມືອງ ໄດ້ທັງໝົດ 111.471 ຄົນ ຍິງ18.943 ຄົນ, ເດັກ 688 ຄົນ, ຄົນລາວເຂົ້າ-ອອກເມືອງ ທັງໝົດ 6.600 ຄົນ ຍິງ1.949 ຄົນ, ເດັກ 218 ຄົນ, ຄົນໄທ 30.264 ຄົນ ຍິງ 7.459 ຄົນ, ຫວຽດນາມ 74.547 ຄົນ ຍິງ 9.535 ຄົນ, ເດັກ 470 ຄົນ, ພາຫານະເຂົ້າ-ອອກເມືອງ ມີໄດ້ 30.517 ຄັນ.ໃນນັ້ນ ລົດລາວເຂົ້າ 3.829 ຄັນ, ອອກ 4.328 ຄັນ, ລົດໄທເຂົ້າ 7.899 ຄັນ, ອອກ 7.922 ຄັນ, ລົດຫວຽດນາມເຂົ້າ 3.293 ຄັນ, ອອກ 3.246 ຄັນ, ຕໍ່ບັດສະປອດໃຫ້ຄົນຕ່າງປະເທດພັກເຊົາໄດ້ 98 ຄົນ ຍິງ 23 ຄົນ, ເດັກ 46 ຄົນ.

ທິດທາງແຜນການໃນ 3 ເດືອນ ທ້າຍປີ 2020, ຄະນະພັກຮາກຖານຫ້ອງສັນຕິບານ ຈະສືບຕໍ່ຊີ້ນຳ-ນໍາພາ ແລະ ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບໃນທົ່ວຮາກຖານຫ້ອງສັນຕິບານ ປກສ ແຂວງ ໃຫ້ມີທັດສະນະຫຼັກໝັ້ນຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດ ແລະ ມີສະຕິລະ ວັງຕົວສູງ ຕໍ່ທຸກເລ້ລ່ຽມກົນອຸບາຍຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ທີ່ຫວັງທຳ ລາຍລະບອບໃໝ່ຂອງພວກເຮົາ, ສືບຕໍ່ນຳເອົາບັນດາແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງ ແລະ ຂໍ້ກຳນົດຕ່າງໆ ທີ່ພັກ-ລັດ ຂັ້ນເທິ່ງວາງອອກ ໃນແຕ່ລະໄລຍະ ເພື່ອນຳມາເຜີຍແຜ່, ເຊື່ອມຊຶມໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຮັບຮູ້ ແລະ ເຂົ້າໃຈພ້ອມກັນນຳໄປຈັດຕັ້ງ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ.