ປະກາດແຕ່ງຕັ້ງ ຮອງຫົວໜ້າດ່ານ ຕມ ສາກົນພູເກືອ ເພີ່ມ 3 ສະຫາຍ

0
1236

ໃນວັນທີ 1 ຕຸລາ ຜ່ານມາ , ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າດ່ານຕຳຫຼວດກວດກາຄົນເຂົ້າ-ອອກເມືອງ ຕມ ສາກົນພູເກືອ, ໂດຍມີ ພັທ ປອ ບຸນຊູ ສຸລິນັນທອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພັທ ໂພໄຊ ສຸລິວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ, ພ້ອມດ້ວຍ ຄະນະດ່ານ, ແຂກຮັບເຊີນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ສີອຸດົມ ອາລົມຈິດ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ສະ ບັບເລກທີ 443/ປກສ.ອປ, ລົງວັນທີ 21 ກັນຍາ 2020 ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າດ່ານ ຕມ ສາກົນພູເກືອ, ເຊິ່ງໄດ້ຕົກລົງແຕ່ງຕັ້ງ ພັຕ ຕຸ່ນຄຳ ສຸດທະວົງ,  ພັຕ ໄພສະຫວັນ ວັນຍະລາດ ແລະ ພັຕ ພູຂັນ ເພັງດາວັນ ເປັນຮອງຫົວໜ້າດ່ານ ຕມ ສາກົນພູເກືອ, ສ່ວນ ຮອງຫົວ ໜ້າ ດ່ານ ຕມ ທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ ແລະ ຜ່ານແຈ້ງການຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກ ທີ 2639/ກມປສ, ລົງວັນທີ 30 ກໍລະກົດ 2020 ກ່ຽວກັບການໂຍກຍ້າຍນາຍຕໍາຫຼວດ ຜູ້ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນ ໃນຂອບ ເຂດທົ່ວປະເທດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ຂອງຫົວໜ້າຄະນະຄຸ້ມຄອງດ່ານສາກົນ, ຫົວໜ້າ ແລະ ຮອງຫົວໜ້າດ່ານ ຕມ ປະຈຳດ່ານສາກົນ ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ, ສອດຄ່ອງ ແລະ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານໃນໄລຍະໃໝ່.

ໃນໂອກາດນີ້, ພັທ ປອ ບຸນຊູ ສຸລິນັນທອງ ໄດ້ໂອ້ລົມ ກ່ອນອື່ນ ທ່ານໄດ້ຍ້ອງຍໍການປະຕິບັດໜ້າທີ່ວຽກງານຂອງຄະ ນະ ດ່ານ ຕມ ສາກົນພູເກືອ ຊຸດເກົ່າ. ພ້ອມທັງ ໄດ້ເນັ້ນໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງ ເປັນຮອງຫົວໜ້າດ່ານ ຕມ ສາ ກົນພູເກືອ ຊຸດໃໝ່ ຈົ່ງພ້ອມກັນເອົາໃຈໃສ່ປະສານສົມທົບວຽກງານ ກັບຄະນະດ່ານ ຕມ ຊຸດເກົ່າ ເພື່ອພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ, ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານນັກຮົບຂອງຕົນ ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຕາມພາລະບົດບາດ, ສິດ ໜ້າທີ່ ແລະ ຕາມ ລະບຽບການທີ່ໄດ້ກຳນົດໄວ້ ແນໃສ່ເຮັດໃຫ້ສັງຄົມ ກໍຄືແຂວງອັດຕະປືມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີຂຶ້ນເປັນກ້າວໆ.