ຫ້ອງວ່າການ ກະຊວງ ປກສ ປະກາດນາຍຕຳຫຼວດ 8 ສະ ຫາຍ ຮັບອຸດໜູນບໍານານ

0
1384

ຫ້ອງວ່າການ ກະຊວງ ປກສ ໄດ້ຈັດພິທີປະກາດນະໂຍບາຍຮັບອຸດໜູນບໍານານ ແລະ ມອບເງິນອຸດໜູນຕ່າງໆ ໃຫ້ແກ່ນາຍຕຳຫຼວດ ຈຳນວນ 8 ສະຫາຍ ໃນວັນທີ 1 ຕຸລາ 2020,ໂດຍມີ ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງ  ປກສ, ພ້ອມດ້ວຍ ບັນຄະນະພັກ-ຄະ ນະບັນຊາ ພາຍໃນຫ້ອງວ່າການ ເຂົ້າຮ່ວມ.

ພັທ ສະໝານ ດວງປັນຍາ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດ ພັກການຮັບອຸດໜູນບຳນານ ຈຳນວນ 8 ສະຫາຍ ຍິງ 2 ສະຫາຍ ເພື່ອປະ ຕິບັດແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນຕຳຫຼວດ ທີ່ເຖິງອາຍຸກະສຽນຮັບບຳນານ ແລະ ເພື່ອປະຕິບັດຕາມທິດຊີ້ນຳຂອງຫ້ອງວ່າການ ກະຊວງ ປກສ.ໃນນີ້, ມີ ພັທ ບຸນປັນ ພົມໄທ ຮອງກົມບໍລິຫານ, ພັທ ສົມສັກ ບົວສີດາ ຮອງກົມຄຸ້ມຄອງເອກະສານ, ພັທ ພົມມາ ທິບພະວົງ ຮອງກົມພົວພັນຕ່າງປະເທດ, ພັທ ເຊິນ ເຊກອງ ຫົວໜ້າພະແນກ ກົມກົດລັບ, ພັທ ພົມມາ ຄຳພັນ ຫົວໜ້າພະແນກກອງລົດ ກົມບໍລິຫານ, ພັທ ນາງ ຕິ່ງຄຳ ແສງສີລິຈັນ ຫົວ ໜ້າພະແນກບໍລິຫານ ກົມບໍລິຫານ, ພັທ ທອງສຸກ ເຮືອງວິໄລ ຮອງພະແນກ ກົມກົດລັບ ແລະ ພັທ ນາງ ເກັງຄຳ ວົງສາລີ ຮອງກົມຄຸ້ມຄອງເອກະສານ.

ໃນໂອກາດນີ້, ພັອ ອານຸເດດ ຄູນຄຳ ໄດ້ສະແດງຄວາມດີໃຈ ຕໍ່ນາຍຕຳຫຼວດທີ່ໄດ້ຮັບອຸດໜູນບຳນານຄັ້ງນີ້ ແມ່ນສະແດງເຖິງໄຊຊະນະອັນໃຫຍ່ຫຼວງ ທີ່ບັນດາສະຫາຍໄດ້ປະກອບຕະຫຼອດໄລຍະຜ່ານມາ, ທີ່ມີຜົນສໍາເລັດຕໍ່ວຽກງານຕ່າງໆໃນຫຼາຍດ້ານ ເຊິ່ງໄດ້ປະກອບສ່ວນຢ່າງສຸດກົກ ສຸດປາຍ ໃນການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ກໍຄື ຮັບໃຊ້ໃຫ້ແກ່ການນໍາຂັ້ນສູງ ຂອງກະຊວງປ້ອງກັນຄວາມສະຫງົບ ໂດຍສະເພາະ ເປັນເສນາທິການໃຫ້ແກ່ນາຍ ແລະ ພົນຕຳຫຼວດ ທົ່ວຫ້ອງວ່າການ ໃນການກໍ່ສ້າງນາຍ ແລະ ພົນຕຳຫຼວດ ເຮັດສໍາເລັດໜ້າທີ່ວຽກງານຂອງແຕ່ລະກົມກອງ ເຮັດໃຫ້ຫ້ອງວ່າການ ກາຍເປັນກົມກອງ ປອດໃສ, ເຂັ້ມແຂງ , ໜັກແໜ້ນເປັນກ້າວໆມາ. ທັງໝົດນີ້ ແມ່ນຜົນງານຂອງບັນ ດາສະຫາຍ ໄດ້ປະກອບສ່ວນຕະຫຼອດໄລຍະທີ່ຜ່ານມາ, ພາຍຫຼັງ ບັນດາສະຫາຍເຂົ້າພັກ ຜ່ອນບໍານານແລ້ວ, ຕ້ອງໄດ້ສືບຕໍ່ໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບຢູ່ຕາມບ້ານ, ຕາມທ້ອງຖິ່ນຕ້ອງໄດ້ເປັນຫູ, ເປັນຕາຊ່ວຍບ້ານ ໃນການສຶກສາອົບຮົມລູກຫຼານພາຍໃນຄອບຄົວ ແລະ ເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບຂອງບ້ານ.