ກອງບັນຊາການປ້ອງກັນທີ່ຕັ້ງ ປະກາດການຈັດຕັ້ງ

0
1527

ກອງ​ບັນຊາ​ການ​ປ້ອງ​ກັນ​ທີ່​ຕັ້ງກະຊວງປກສ ​ໄດ້​ປະກາດ​ການ​ຈັດຕັ້ງ ​ໃນ​ວັນ​ທີ 1 ຕຸລາ 2020 ໂດຍ​ການ​ເປັນ​ປະທານຂອງ ພັອ ​ໄຊ​ສີ ​ແກ້ວ​ສະຫງ່າ ຫົວໜ້າກອງ​ບັນຊາ​ການ​ປ້ອງ​ກັນ​ທີ່​ຕັ້ງ, ມີ​ບັນດາ​ຄະນະ​ພັກ 4 ຫ້ອງ, 3 ກອງພັນ ​ແລະກອງຮ້ອຍ​ເອກະລາດ​ເຂົ້າ​ຮ່ວມ.

ພັທ ​ກອງ​ແກ້ວ ກຸ​ສາ​ນົນ ຫົວໜ້າຫ້ອງການ​ເມືອງ ​ໄດ້​​ຜ່ານ​ຂໍ້​ຕົກລົງ ສະບັບ​ເລກທີ 3150/ກມປສ, ລົງ​ວັນ​ທີ 27 ສິງຫາ 2020 ວ່າ​ດ້ວຍການ​ໂຍກຍ້າຍ​ນາຍ​ຕຳຫຼວດ ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ປ້ອງ​ກັນ​ທີ່​ຕັ້ງ​.ໃນ​ນີ້, ​ໄດ້ໂຍກ​ຍ້າຍ ພັທ ນິພົນ ​ແກ້ວ​ແສງ​ສີ ຈາກ​ກອງພັນ 205 ​ໄປ​ຮັບໜ້າທີ່​ໃໝ່ ຢູ່ຫ້ອງ​ເສນາ​ທິການ, ພັທ ບຸນ​ລຽບ ວົງ​ດາ​ລັກ ຈາກ​ຫ້ອງການ​ເມືອງ​ ໄປ​ຮັບໜ້າທີ່​ໃໝ່ ຢູ່ກອງພັນ 205, ພັທ ​ໄມ​ພອນ ພວງ​ຍະ​ສານ ຈາກ​ຫ້ອງ​ເສນາ​ທິການ​ ໄປ​ຮັບໜ້າທີ່ ໃໝ່ຢູ່ກອງພັນ 205. ພ້ອມນີ້, ຍັງໄດ້ຜ່ານຂໍ້​ຕົກລົງວ່າ​ດ້ວຍ​ການ​ແຕ່ງ​ຕັ້ງຫົວໜ້າ ​ແລະ ຮອງ​ຂັ້ນ​ພະ​ແນ​ກ, ຂັ້ນກອງຮ້ອຍ, ຂັ້ນໝວດ, ຂັ້ນໝູ່ຂອງ​ບັນດາ​ກອງພັນ, ກອງຮ້ອຍ​ເອກະລາດ ອີກຈໍານວນໜຶ່ງ.

ໃນ​ພິທີ, ພັອ ​ໄຊ​ສີ ​ແກ້ວ​ສະຫງ່າ​ ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ ຕໍ່​ນາຍ​ຕຳຫຼວດ ທຸກສະຫາຍທີ່​ໄດ້​ທຸມ​ເທ​ເຫື່ອ​ແຮງ, ສຸມ​ທຸກ​ສະຕິປັນຍາ​ ເຂົ້າໃນປະຕິບັດ​ໜ້າທີ່​ວຽກງານວິຊາ​ສະ​ເພາະ​ ຈົນມີ​ຜົນສຳ​ເລັດ​ຕາມ​ຄາດໝາຍ. ພ້ອມ​ນັ້ນ, ບັນດາ​ສະຫາຍ​ທີ່​ຖືກ​ໂຍກຍ້າຍ ​ແລະ ສັບ​ຊ້ອນ​ແຕ່ງ​ຕັ້ງ​ໃນຄັ້ງ​ນີ້ ຕ້ອງ​ພ້ອມ​ກັນ​ນຳ​ໃຊ້​ວິຊາ​ສະ​ເພາະ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ຊ​ອກຮູ້, ຕ້ານ ​ແລະ ສະກັດ​ກັ້ນ​ກົນອຸບາຍການ​ເຄື່ອນ​ໄຫວ​ຂອງພວກ​ຄົນ​ບໍ່ຫວັງ​ດີຕໍ່ລະບອບ​ໃໝ່ຂອງ​ພວກ​ເຮົາ​ ຢ່າງ​ເຂັ້ມ​ງວດ.