ປກສ ແຂວງຄຳມ່ວນ ປະກາດນາຍຕຳຫຼວດ ຮັບອຸດໜູນບຳນານ

0
920

ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ຈັດພິທີປະກາດນາຍຕຳຫຼວດ ພັກການຮັບອຸດໜູນບຳນານ ໃນວັນທີ 30 ກັນຍາ ຜ່ານມາ, ເປັນປະທານໂດຍ ພັອ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງ ຄຳມ່ວນ, ມີຄະນະພັກ-ຄະນະຫ້ອງ, ພ້ອມດ້ວຍຄະນະກອງບັນ ຊາການ ປກສ ເມືອງ  ແລະ ນາຍຕໍາຫຼວດທີ່ໄດ້ຮັບອຸດໜູນບຳນານ ເຂົ້າຮ່ວມ.

ພັທ ຄຸນຄຳ ຈອນບຸນຕາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ ຈໍານວນ 5 ສະຫາຍ.ໃນນີ້, ສັງກັດຢູ່ ກອງບັນ ຊາການ ປກສ ເມືອງຫີນບູນ 2 ສະຫາຍ, ສັງກັດຢູ່ກອງບັນຊາການ ປກສ ເມືອງບົວລະພາ 1ສະຫາຍ, ສັງກັດຢູ່ກອງບັນຊາການ ປກສ ເມືອງໄຊບົວທອງ 1 ສະຫາຍ ແລະ ສັງກັດຢູ່ກອງບັນຊາການ ປກສ ເມືອງຍົມມະລາດ 1 ສະຫາຍ.

ພັອ ຄຳພອນ ສີກຸມພົນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ບັນດາສະຫາຍປະກອບສ່ວນໃນພະລະກິດຮັບໃຊ້ຊາດ-ຮັບໃຊ້ປະ ຊາຊົນ. ພ້ອມກັນນັ້ນ,ໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີຄວາມສາມະຄີພາຍໃນ ເພື່ອສ້າງສາພັດທະນາບ້ານເມືອງໃຫ້ມີຄວາມສະຫງົບ ຈະເລີນຮຸ່ງເຮືອງ ແລະ ສີວິໄລ.