ປກສ ແຂວງຫຼວງນໍ້າທາ ກຽມປະເມີນໜ່ວຍພັກ ປະຈໍາປີ 2020

0
657

ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມ ກະກຽມປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020 ວັນທີ 29 ກັນຍາ ຜ່ານມາ, ເປັນປະທານໂດຍ ສະຫາຍ ພັອ ສົມໄຊ ຈັນທະວົງ ກຳມະການພັກແຂວງ ເລຂາອົງຄະນະພັກ ຫົວໜ້າກອງບັນ ຊາການ ປກສ ແຂວງຫຼວງນໍ້າທາ, ມີຄະນະປະຈໍາພັກ, ຄະນະພັກກອງບັນຊາການ, ພ້ອມດ້ວຍ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ສະມາຊິກສຳຮອງ, ສົມບູນ ເຂົ້າຮ່ວມ.

ພັທ ອຸ່ນເຮືອນ ຮັກວັນນະວົງ ຫົວໜ້າຫ້ອງການເມືອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020.ໃນນີ້, ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ຄະນະຮັບຜິດຊອບເນື້ອໃນ, ຄະນະຮັບຜິດຊອບດ້ານພິທີການ ແລະ ເສດຖະກິດ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ມີຄໍາເຫັນແລກປ່ຽນກັນຢ່າງກົງໄປ ກົງມາ ເພື່ອຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນພາຍໃນ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບຂອງພັກ.

ໃນກອງປະຊຸມ, ພັອ ສົມໄຊ ຈັນທະວົງ ໄດ້ຊີ້ນໍາໃຫ້ບັນດາສະຫາຍ ທີ່ຖືກແຕ່ງຕັ້ງເປັນຄະນະຮັບຜິດຊອບ ຈົ່ງພ້ອມ ກັນເອົາໃຈໃສ່ເປັນເຈົ້າ ການໃນການຈັດຕັ້ງໜ້າທີ່ ທີ່ໄດ້ຮັບການມອບໝາຍ ມີຄວາມເປັນເອກະພາບກັນພາຍໃນ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບຂອງພັກ ຮັບ ປະກັນໃນການປະເມີນ ໃຫ້ໄດ້ດ້ານຄຸນນະພາບ.