ທະຫານ 6 ແຂວງພາກເໜືອ ປະຊຸມປັບປຸງແບບແຜນວິທີເຮັດວຽກ

0
585

ກອງບັນຊາການທະຫານ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປັບປຸງແບບແຜນວິທີເຮັດວຽກ ການທະຫານທ້ອງຖິ່ນ 6 ແຂວງພາກເໜືອ ຄື: ກອງບັນຊາການທະຫານ ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ບໍ່ແກ້ວ ແລະ ຫຼວງນໍ້າທາ ໃນລະຫວ່າງວັນທີ 29-30 ກັນ ຍາ ຜ່ານມາ, ໂດຍມີ ທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ, ພ້ອມດ້ວຍ ພົຕ ສີດາລໍ່ ຈົ່ງເຕັ້ງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ແລະ ຄະນະພັກ-ຄະນະບັນຊາກົມ ກອງທະຫານທ້ອງຖິ່ນ 6 ແຂວງພາກເໜືອ ເຂົ້າຮ່ວມ.

ກອງປະຊຸມ, ພົຈວ ຄໍາສະເຫວີຍ ສີນທະນຸໄຊ ຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບົດລາຍງານ ການເຄື່ອນໄຫວທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ການທະຫານທ້ອງຖິ່ນຜ່ານມາ, ພ້ອມທັງຍົກໃຫ້ເຫັນສະພາບການລວມ, ສະ ພາບປະກົດການຫຍໍ້ທໍ້ດ້ານຕ່າງໆ.ໂອກາດດຽວກັນ, ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ລົງເບິ່ງແຜນການວິທີເຮັດວຽກບັນຊາກຳລັງກອງຫຼອນກຽມ ພ້ອມສູ້ຮົບ, ບ່ອນປະຈຳການ, ການມອບຮັບໜ້າທີ່ ແລະ ປະສານສົມທົບ 8 ອົງການ.

ໂອກາດດັ່ງກ່າວ, ທ່ານ ຄໍາໄຫຼ ສີປະເສີດ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປດ້ວຍຫຼາຍຮູບ ການ,ກອງປະຊຸມວຽກງານການທະຫານທ້ອງຖີ່ນໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງ ແລະ ຮຽກຮ້ອງມາຍັງການນໍາກົມກອງທ້ອງ ຖີ່ນ ຈົ່ງພ້ອມກັນເປັນເຈົ້າການ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ.