ປກສ ແຂວງຈຳປາສັກ ມອບໃບຍ້ອງຍໍ ໃຫ້ນັກສຶກສາ ວສປ ຝຶກງານ

0
720

ວັນທີ 29 ກັນຍາ ຜ່ານມາ, ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ມອບໃບຍ້ອງຍໍ ໃຫ້ນັກສຶກສາວິທະຍາຄານ ສັນຕິບານປະຊາຊົນ ( ວສປ ) ລະບົບກໍ່ສ້າງຮຸ້ນທີ 21/4 ທີ່ມີຜົນງານໃນໄລຍະການລົງເຄື່ອນໄຫວຝຶກງານ ຢູ່ຫ້ອງຕຳຫຼວດ ປກສ ແຂວງຈຳປາສັກ,ໂດຍມີ ພັທ ສີວິໄລ ແກ້ວປະເສີດ ຮອງກອງບັນຊາການ ປກສ ແຂວງຈຳປາສັກ, ມີ ພັທ ບຸນສົງ ຈັນທະວົງສັກ ຫົວໜ້າຫ້ອງຕຳຫຼວດ, ພ້ອມດ້ວຍ ຄະນະຫ້ອງການເມືອງ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັທ ຄຳພັນ ສີສະຫງ່າ ຮອງຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຈຳປາສັກ ວ່າດ້ວຍການຊົມເຊີຍຜົນງານໃຫ້ນັກສຶກສາ ວສປ ລະບົບກໍ່ສ້າງຮຸ້ນທີ 21/4 ໃນການລົງເຄື່ອນໄຫວຝຶກງານຢູ່ຫ້ອງຕຳຫຼວດ ປກສ ແຂວງຈຳປາສັກ ໄລຍະສັ້ນ2 ເດືອນ ເຊິ່ງລວມມີ 23 ສະຫາຍ,ຍິງ5 ສະຫາຍ, ໂດຍສະເພາະແມ່ນ ບັນດາສະຫາຍ ຜູ້ທີ່ມີຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມ-ກອງ ໄດ້ເປັນຢ່າງດີ ເຊັ່ນ: ການຊອກຮູ້ຮ່ຳຮຽນເອົາບົດຮຽນ, ການປະຕິບັດໜ້າທີ່ວຽກງານ, ການເຄົາລົບຕໍ່ການຈັດຕັ້ງ, ທັດສະນະ ຄຸນສົມບັດ ສິນ ທຳປະຕິວັດ ແລະອື່ນໆ ທີ່ມີລັກສະນະດຸໝັ່ນຫ້າວຫັນ ແລະ ເຮັດສຳເລັດໜ້າທີ່ ຕາມການມອບໝາຍ.

ພັທ ສີວິໄລ ແກ້ວປະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ຂອງບັນດາສະຫາຍນັກສຶກສາ ທີ່ຍາດມາໄດ້ໃນໄລຍະ 2 ເດືອນ ຜ່ານມາ, ເຊິ່ງສະແດງໃຫ້ເຫັນໃນການປະຕິບັດໜ້າທີ່ວຽກງານ ແລະ ໄດ້ຮັບຜົນສຳເລັດຕາມການມອບໝາຍ,ພ້ອມທັງ ໄດ້ເນັ້ນໃຫ້ ສະຫາຍນັກສຶກສາ ທີ່ລົງເຄື່ອນໄຫວຝຶກງານຢູ່ ປກສ ແຂວງຈຳປາສັກໃນຄັ້ງນີ້ ເມື່ອສຳເລັດການສຶກສາ ແລະ ກັບຄືນສູ່ກົມ-ກອງແລ້ວ ຈົ່ງນຳເອົາບົດຮຽນດັ່ງກ່າວ ໄປນຳໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ເກີດຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.