ຄະນະພັກຮາກຖານ ປກສ ເມືອງນາແລ ຈັດກອງປະຊຸມເປີດກວ້າງ

0
533

ກອງປະຊຸມເປີດກວ້າງ ຄັ້ງທີ1 ສະໄໝທີ I ຂອງຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງນາແລ ແຂວງຫຼວງນ້ຳທາ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາ ຜ່ານມາ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ທຳມະວົງ ບຸນຖາວອນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງນາລາ, ມີ ສະຫາຍ ພັທ ກອງແກ້ວ ຄຳເພັງເລີດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງນາແລ, ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງພະແນກ, ປກສ ກຸ່ມບ້ານ, ແຂກຮັບເຊີນ  ແລະ ພະນັກງານຫຼັກແຫຼງ ເຂົ້າຮ່ວມ.

ກອງປະຊຸມ, ຍັງໄດ້ຜ່ານຮ່າງບົດສະຫຼຸບ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະພັກຮາກຖານ. ຕະຫຼອດໄລຍະຜ່ານມາ, ຄະພັກຮາກຖານກອງບັນຊາການ ປກສ ເມືອງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ ນໍາພາແນວຄິດເປັນກົກ ເຮັດ ໃຫ້ພະນັກງານ-ນັກຮົບ, ມີແນວຄິດອຸ່ນອຽນທຸ່ນທ່ຽງ , ມີຄວາມສາມັກຄີ ແລະ ເປັນເອກະພາບທາງດ້ານການ ຈັດຕັ້ງ, ມີແບບແຜນວິທີເຮັດວຽກ ແບ່ງຄວາມຮັບຜິດຊອບດ້ານວຽກງານ ເປັນເຈົ້າການ ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມເຮັດໃຫ້ທົ່ວເມືອງ ມີຄວາມສະຫງົບໂດຍພື້ນຖານ.

ໂອກາດດັ່ງກ່າວ, ສະຫາຍ ທຳມະວົງ ບຸນຖາວອນ ໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານ, ຄະນະພັກໜ່ວຍ ສືບ ຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນ, ເປັນເຈົ້າການໃນການຕິດຕາມກວດກາ ການເຄື່ອນໄຫວຂອງພະນັກງານ ສະ ມາຊິກພັກ ແລະ ພະນັກງານ-ນັກຮົບ ໃຫ້ເປັນປົກ ກະຕິ.