ປະກາດແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດສາດການທະຫານ

0
1486

ວັນທີ 1 ຕຸລາ 2020, ວິທະຍາຄານກົມມະດໍາ ໄດ້ຈັດພິທີປະກາດແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດສາດການທະຫານ ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ພົຈວ ຄໍາໝັ້ນ ວັນນະວົງ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ, ມີ ພົຈວ ບຸນຈັນ ລາດຊະວົງ ຫົວໜ້າການທະຫານ ວິທະຍາຄານກົມມະດໍາ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ, ມີບັນດາພະນັກງານ ເຂົ້າຮ່ວມ.

ພັທ ສຸລິຍົງ ໄຊຍະວົງ ຮັກສາການຫົວໜ້າພະແນກການເມືອງ ກົມວິທະຍາສາດ-ປະຫວັດສາດການທະຫານກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດສາດການທະຫານ ຂັ້ນຮາກຖານ ຢູ່ວິທະຍາຄານກົມມະດໍາ ເລກທີ 3493/ກປທ ລົງວັນທີ 20 ສິງຫາ 2020; ພ້ອມທັງ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ເຂົ້າໃນຂົງເຂດການບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມການສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດສາດການທະຫານ ຂອງວິທະຍາຄານ ເຊິ່ງມີ່ລາຍລະອຽດດັ່ງນີ້:

  1. ພົຈວ ບຸນຈັນ ລາດຊະວົງ ຫົວໜ້າການທະຫານ ເປັນປະທານ
  2. ພັທ ສັນຕິສຸກ ກາງພູວົງ ຫົວໜ້າຫ້ອງວິທະຍາສາດ-ປະຫວັດສາດການທະຫານ ເປັນຮອງປະທານ
  3. ພັທ ປອ ອຸດົມໄຊ ເມືອງໂຄດ ຮອງຫົວໜ້າຫ້ອງວິທະຍາສາດ-ປະຫວັດສາດການທະຫານ ເປັນຜູ້ປະຈໍາການ
  4. ພັທ ປອ ສົມໄຫວ ແໜງໄຊຄຸນ ຮອງຫົວໜ້າການເມືອງ ເປັນຄະນະ
  5. ພັທ ບົວໄລ ສີລັກສາ ຮອງຫົວໜ້າການທະຫານ ເປັນຄະນະ
  6. ພັທ ປະດິດ ສິນທໍາ ຮອງຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ເປັນຄະນະ
  7. ພັທ ປອ ທອງດໍາ ແສງສຸລິຈັນ ຫົວໜ້າຄະນະວິຊາຄູເສນາ-ບັນຊາ ເປັນຄະນະ
  8. ພັທ ທຶນເພັດ ລັດຕະນະໄພວັນ ຫົວໜ້າຄະນະວິຊາຄູວຽກງານພັກ-ວຽກງານການເມືອງ ເປັນຄະນະ
  9. ພັທ ແສງຈະລິດ ແກ້ວໄຊຍະວົງ ຫົວໜ້າພະແນກວິທະຍາສາດການເມືອງ ເປັນຄະນະ
  10. ພັທ ສຸລິຍາ ຕັ້ງວົງທອງ ຫົວໜ້າຄະນະວິຊາຄູທິດສະດີມາກ-ເລນິນ ເປັນຄະນະ
  11. ພັທ ບຸນຮັງ ຄ່າດາລາວົງ ຫົວໜ້າພະແນກການເງິນ ເປັນຄະນະ

ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ພາລະບົດບາດ, ສິດໜ້າທີ່ ແລະ ລະບຽບການເຄື່ອນໄຫວຂອງ ສະພາວິທະຍາສາດ-ປະຫວັດສາດການທະຫານ ຂັ້ນຮາກຖານ ປະກອບດ້ວຍພະນັກງານຫຼັກແຫຼ່ງ ຢູ່ບັນດາກອງພົນ-ກອງບັນຊາການທະຫານແຂວງ ແລະ ຜູ້ມີຄວາມຮູ້ຄວາມສາມາດ ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ເຂົ້າໃນຂົງເຂດການຂີດຂຽນ, ປະຫວັດມູນເຊື້ອຂອງກົມກອງ ແລະ ບັນດາໂຄງການຫຼັກສູດຕ່າງໆ ທີ່ມີລັກສະນະຕິດພັນກັບປະຫັວດສາດຂອງຊາດ, ຂອງກອງທັບປະຊາຊົນລາວ ບົນພື້ນຖານທາງດ້ານທິດສະດີກ່ຽວກັບວິທີປະຫວັດສາດ, ພື້ນຖານດ້ານການເມືອງ ແລະ ພາລະໜ້າທີ່ຂອງຂະບວນການກໍ່ສ້າງກໍາລັງປະກອບອາວຸດ ໃນໄລຍະໃໝ່ຂອງກອງທັບພວກເຮົາ.

ຂ່າວ: ວັນນະເລດ ລໍວັນໄຊ, ພາບ: ພຸດສະດີ ບຸນມີໄຊ