ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ສັ່ງຟ້ອງ ທ້າວ ຊາຍ ອາຍຸ 38 ປີຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ຕໍ່ສານຂັ້ນຕົ້ນ ເພື່ອພິຈາລະ ນາຕັດສິນຕາມກົດໝາຍຂໍ້ຫາມີຢາບ້າໄວ້ໃນຄອບຄອງ; ດັ່ງນັ້ນ, ສານໄດ້ຕັດສິນຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ໃນວັນທີ 18 ກັນ ຍາ ທີ່ຜ່ານມາ.

ຈຳເລີຍ ຖືກກັກຕົວໃນວັນທີ 19 ພຶດສະພາ 2020, ຢູ່ເຂດຕະຫຼາດບ້ານພູຂຽວ ພ້ອມຂອງກາງຢາບ້າ 124 ເມັດ. ຜ່ານການດຳເນີນຄະດີເປັນເວລາ 3 ເດືອນກວ່າ, ຈຳເລີຍ ຖືກສານຕັດສິນຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ຍ້ອນວ່າຈຳເລີຍ ໄດ້ກະທຳຜິດທີ່ຄົບອົງປະ ກອບ ແລະ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງອາຍຸກະສຽນທາງອາຍາ ສາມາດຮູ້ໄດ້ເຖິງຜົນສະທ້ອນຂອງການກະທໍາ ການມີຢາບ້າໄວ້ໃນຄອບຄອງເປັນສິ່ງທີ່ຜິດຕໍ່ປະມວນກົດໝາຍອາຍາ. ແຕ່ຈໍາເລີຍ ກໍຍັງມີເຈດຕະນາມີໄວ້ໃນຄອບຄອງ ເພື່ອເສບໂດຍບໍ່ຖືກຕ້ອງຕາມກົດໝາຍ. ສະນັ້ນ, ຈໍາເລີຍຕ້ອງຮັບ ຜິດຊອບຕໍ່ການກະທໍາທີ່ກໍຂຶ້ນ, ສ່ວນຂອງກາງຢາບ້າ 124 ເມັດ ຈະຖືກຮິບໄປທໍາລາຍຖິ້ມຕາມກົດໝາຍ.

ທ້າວ ຊາຍ ສາລະພາບວ່າ: ໃນເວລາ 18 ໂມງ ຂອງວັນທີ 19 ພຶດສະພາ 2020, ໄດ້ພົບກັບ ທ້າວ ພອນ ບໍ່ຮູ້ບ້ານຢູ່ທີ່ເຄີຍເສບຢາບ້ານໍາກັນມາ ແລ້ວ 1 ຄັ້ງ ຂັບຂີ່ລົດຈັກບໍ່ຮູ້ຍີ່ຫໍ້ ແລະ ບໍ່ມີໝາຍເລກທະບຽນມາຕາມທາງ ຈຳເລີຍ ໄດ້ຖາມ ທ້າວ ພອນ ວ່າ: ໄປໃສ ທ້າວ ພອນ ຕອບວ່າ: ຈະໄປບ້ານພູຂຽວ, ຈຳເລີຍ ໄດ້ຂໍໄປນໍາທ້າວ ພອນ ທັງສອງໄດ້ຂີ່ລົດໄປຮອດເຂດຕະຫຼາດບ້ານພູຂຽວ ຈຳເລີຍ ໄດ້ລົງລົດຈັກ, ສ່ວນ ທ້າວ ພອນ ແມ່ນໄປໃສບໍ່ຮູ້. ຈາກນັ້ນ, ຈຳເລີຍ ໄດ້ຍ່າງໄປທາງພົບເຫັນຊາຍບໍ່ຮູ້ ຊື່ອາຍຸປະມານ 50 ປີ ຢືນຢູ່ແຄມທາງ ຈຳເລີຍ ໄດ້ຖາມຊື້ຢາບ້ານຳຊາຍຄົນນັ້ນ. ຊາຍຄົນດັ່ງກ່າວໄດ້ຂາຍຢາບ້າຈຳນວນ 125 ເມັດ ໃຫ້ກັບຈຳເລີຍ, ຈຸດປະສົ່ງຂອງການຊື້ຢາບ້າຄັ້ງນີ້ແມ່ນຊື້ມາໄວ້ ເພື່ອເສບພາຍຫຼັງຊື້ຢາບ້າແລ້ວ ຈຳເລີຍ ຈຳເລີຍໄດ້ເສບເອງ 1 ເມັດ ແລ້ວເອົາໄວ້ໃນຖົງໂສ້ງເບື້ອງຊ້າຍ ແລ້ວຍ່າງໄປຮອດຕະຫຼາດບ້ານພູຂຽວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຢາບ້າ 124 ເມັດ.

ສ່ວນເປົ້າໝາຍຊັດທອດຊາຍບໍ່ຮູ້ຊື່ຢູ່ບ້ານພູຂຽວ ເມືອງໄຊ ທີ່ຂາຍຢາບ້າຈໍານວນດັ່ງກ່າວໃຫ້ຈໍາເລີຍນັ້ນ, ທາງເຈົ້າາທີ່ບໍ່ສາມາດນໍາຕົວຜູ້ກ່ຽວມາດໍາເນີນຄະດີໄດ້ ເນື່ອງຈາກວ່າ ບໍ່ຮູ້ປະຫວັດອັນແນ່ນອນຂອງຜູ້ກ່ຽວ ແລະ ທ້າວ ພອນ ທີ່ຈຳເລີຍຊ້ອນລົດຈັກໄປບ້ານພູຂຽວ ນໍານັ້ນ. ຜ່ານການຄົ້ນຄວ້າແລ້ວເຫັນວ່າ ທ້າວ ພອນ ແມ່ນບໍ່ມີສ່ວນກ່ຽວຂ້ອງໃນການກະທໍາຜິດຂອງຈໍາເລີຍ.