ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມປັບປຸງແບບແຜນວິທີເຮັດວຽກຂອງວຽກງານການທະຫານທ້ອງຖິ່ນ 6 ແຂວງພາກເໜືອ ຄື: ກອງບັນຊາການທະຫານແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ບໍ່ແກ້ວ ແລະ ຫຼວງນໍ້າທາ ໃນລະຫວ່າງວັນທີ 29-30 ກັນຍາ 2020; ເຂົ້າຮ່ວມໂດຍ ທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ, ພົຕ ສີດາລໍ່ ຈົ່ງເຕັ້ງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ ກອງທະຫານທ້ອງຖິ່ນ 6 ແຂວງພາກເໜືອເຂົ້າຮ່ວມ.

ໃນກອງປະຊຸມ, ພົຈວ ຄໍາສະເຫວີຍ ສີນທະນຸໄຊ ຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານການທະຫານທ້ອງຖິ່ນຜ່ານມາ ພ້ອມທັງຍົກໃຫ້ເຫັນສະພາບການລວມ, ສະພາບປະກົດການຫຍໍ້ທໍ້ດ້ານຕ່າງໆ; ໂອກາດດຽວກັນ, ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ລົງເບິ່ງແຜນການວິທີເຮັດວຽກບັນຊາກຳລັງກອງຫຼອນກຽມພ້ອມສູ້ຮົບ, ບ່ອນປະຈຳການ, ການມອບ-ຮັບໜ້າທີ່ ແລະ ປະສານສົມທົບ 8 ອົງການ ແລະ ບ່ອນເກັບມຽ້ນອາວຸດຂອງກອງຫຼອນພາຍໃຕ້ການນຳພາຂອງນາຍບ້ານໆນາຫ້ອມ.

ໂອກາດດັ່ງກ່າວ, ສະຫາຍ ຄໍາໄຫຼ ສີປະເສີດ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນ ແລະ ສາກົນທີ່ມີການຜັນແປໄປດ້ວຍຫຼາຍຮູບການ, ກອງປະຊຸມວຽກງານການທະຫານທ້ອງຖິ່ນໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງຂໍຮຽກຮ້ອງມາຍັງການນໍາກົມກອງ ທ້ອງຖິ່ນ ຈົ່ງພ້ອມກັນເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ.