ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ປະກາດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ ໃນວັນທີ 30 ກັນຍາ 2020 ເປັນປະທານໂດຍ ພັອ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະພັກ-ຄະນະຫ້ອງ, ຄະນະກອງບັນຊາການ ປກສ ເມືອງ, ແລະ ນາຍຕຳຫຼວດ ທີ່ໄດ້ຮັບອຸດໜູນບຳນານ ເຂົ້າຮ່ວມ.

ພັທ ຄຸນຄຳ ຈອນບຸນຕາ ຮອງຫົວ ໜ້າຫ້ອງການເມືອງກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ; ເຊິ່ງມີຈໍານວນ 5 ສະຫາຍ ໃນນີ້, ສັງກັດຢູ່ກອງບັນຊາການ ປກສ ເມືອງຫີນບູນ 2 ສະຫາຍ, ສັງກັດຢູ່ກອງບັນຊາການ ປກສ ເມືອງບົວລະພາ 1 ສະຫາຍ; ສັງກັດຢູ່ກອງບັນຊາການ ປກສ ເມືອງໄຊບົວທອງ 1 ສະຫາຍ, ສັງກັດຢູ່ກອງບັນຊາການ ປກສ ເມືອງຍົມມະລາດ 1 ສະຫາຍ.

ພັອ ຄຳພອນ ສີກຸມພົນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍປະກອບສ່ວນໃນພະ ລະກິດຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ, ພ້ອມກັນນັ້ນ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີຄວາມສາມັກຄີພາຍໃນເພື່ອສ້າງສາພັດທະນາບ້ານເມືອງ ໃຫ້ມີຄວາມສະຫງົບສຸກຈະເລີນຮຸ່ງເຮືອງ ແລະ ສີວິໄລ.