ປະກາດເລື່ອນຊັ້ນພົນຈັດຕະວາ ໃຫ້ນາຍຕຳຫຼວດ 6 ທ່ານ

0
3636

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດເລື່ອນ ຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ ໃຫ້ນາຍຕຳຫຼວດ 6 ທ່ານ ໃນວັນທີ 5 ຕຸລາ ນີ້, ເປັນປະທານ ແລະ ປະດັບຊັ້ນໂດຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ມີຮອງລັດຖະມົນຕີ, ການນຳກະຊວງ, ກົມໃຫຍ່, ພ້ອມດ້ວຍ ກົມ-ກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອ ປກສ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດ ຈາກພັນເອກ ຂຶ້ນເປັນຊັ້ນພົນຈັດຕະວາ ຈຳນວນ 6 ທ່ານ.ໃນນີ້, ມີ ພັອ ຄຳຜາສິດ ບົງມູນທອງ, ພັອ ປອ ວັນສົມ ສີສົມບັດ, ພັອ ປອ ວົງເຊໂດນ ພັນທະແກ້ວ, ພັອ ໄຊສີ ແກ້ວສະຫງ່າ, ພັອ ສົມພົງ ຂຳວິລຸນ ແລະ ພັອ ສົມໄຊ ຈັນທະວົງ.

ພົທ ວິໄລ ຫຼ້າຄໍາຟອງ ໄດ້ໃຫ້ທິດຊີ້ນໍາຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ໃນຄັ້ງນີ້, ຕະຫຼອດຮອດຄະນະພັກ-ຄະນະນໍາ ແຕ່ລະຂັ້ນຈົ່ງເພີ່ມທະວີວຽກ ງານຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ກໍຄື ຄວາມສາມັກຄີໃນລະບຽບຫຼັກການ,ມີຄວາມເປັນເອກະພາບພາຍໃນພັກເປັນກໍາລັງແຮງອັນດຽວກັນ ເຊິ່ງຈະເປັນເງື່ອນໄຂພື້ນຖານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງ ໃຫ້ມີຜົນສໍາເລັດ ເພື່ອຫຼີກລ່ຽງຫາງສຽງ ແລະ ຮັບ ປະກັນຜົນປະໂຫຍດອັນຊອບທໍາກົມກອງຂອງຕົນ.