ວັນທີ 5 ຕຸລາ 2020, ບໍລິສັດແຈງຫົງ ກໍ່ສ້າງເຄຫາ ແລະ ຂົວທາງຈຳກັດ ໄດ້ມອບເງິນຈຳນວນ 60.000.000 ກີບ ໃຫ້ແຂວງຊຽງຂວາງ ເພື່ອປະກອບສ່ວນຊຸກຍູ້ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຊຽງຂວາງ.

ມອບໂດຍ ທ່ານ ແຈງຫົງ ປະທານບໍລິສັດແຈງຫົງ ກໍ່ສ້າງເຄຫາ ແລະ ຂົວທາງຈຳກັດ, ກ່າວຮັບໂດຍ ທ່ານ ບຸນຕົ້ນ ຈັນທະພອນ ເລຂາຄະນະບໍລິຫານງານ ພັກແຂວງ ເຈົ້າແຂວງໆຊຽງຂວາງ ພ້ອມ ດ້ວຍຄະນະ, ໂດຍມີພະນັກງານທັງ 2 ຝ່າຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານເຈົ້າແຂວງໆຊຽງຂວາງ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ບໍລິສັດແຈງຫົງ ກໍ່ສ້າງເຄຫາ ແລະ ຂົວທາງຈຳກັດ ທີ່ໄດ້ປະກອບສ່ວນມອບເງິນ ເພື່ອນຳໃຊ້ເຂົ້າໃນການບໍລິຫານໃນການດຳເນີນກອງ ປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງທີ່ຈະຈັດຂຶ້ນໃນຕົ້ົ້ນເດືອນພະຈິກນີ້ໃຫ້ສຳເລັດຜົນ.