2 ອົງການໄອຍະການທະຫານ ລົງເຄື່ອນໄຫວວຽກງານຍຸຕິທໍາ ຢູ່ວິທະຍາຄານກົມມະດໍາ

0
1381

ໃນວັນທີ 30 ກັນຍາ 2020, ອົງການໄອຍະການທະຫານຂັ້ນສູງ ແລະ ອົງການໄອຍະການທະການພາກກາງ ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານວິຊາສະເພາະ ແລະ ກວດກາສະຖິຕິພະນັກງານໄອຍະການທະຫານ ຂອງ ວິທະຍາຄານກົມມະດຳ; ເຊິ່ງນໍາໂດຍ ພັອ ອໍາເພັດ ພົມມະກອນ ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ ພ້ອມດ້ວຍຄະນະ ແລະ ໃຫ້ກຽດຕ້ອນຮັບໂດຍ ພັທ ປ.ອ ສົມໄຫວ ແໜງໄຊຄຸນ ຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດໍາ ພ້ອມດ້ວຍພະນັກງານວິຊາການດ້ານກົດໝາຍ ເຂົ້າຮ່ວມ.

ການລົງເຄື່ອນໄຫວເຮັດວຽກຂອງ 2 ອົງການໄອຍະການທະຫານຂັ້ນສູງ ໃນຄັ້ງນີ້ ແມ່ນແຜນການເຄື່ອນໄຫວວຽກງານປະຈໍາປີ 2020 ຂອງໜ້າວຽກງານວິຊາສະເພາະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຄໍາແນະນໍາຮ່ວມ ລະຫວ່າງ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍ ການແບ່ງຂອບເຂດສິດ ແລະ ໜ້າທີ່ໃນການດໍາເນີນຄະດີອາຍາ; ພ້ອມດ້ວຍຄໍາແນະນໍາຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍ ແລະ ຊັບຊ້ອນພະນັກງານໄອຍະການທະຫານ ໃຫ້ເປັນເອກະພາບ ແລະ ເກັບກໍາສະຖິຕິພະນັກງານໄອຍະການທະຫານ ໃຫ້ຄົບຖ້ວນຕາມໂຄງປະກອບການຈັດຕັ້ງຂັ້ນເທິງ.

ພ້ອມກັນນັ້ນ, ກໍເພື່ອເປັນການຮັບປະກັນໃຫ້ ຄະນະພັກ-ຄະນະບັນຊາ ຮັບຮູ້ ແລະ ເຂົ້າໃຈການຈັດຕັ້ງປະຕິບັດຄໍາແນະນໍາຮ່ວມຂອງ 3 ພາກສ່ວນ ເພື່ອຮັບປະກັນທາງດ້ານວິຊາການ, ຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງນາຍ ແລະ ພົນທະຫານ ຢູ່ບັນດາກົມກອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ ແລະ ຈັນຍາທໍາ; ພ້ອມນັ້ນ, ກໍເພື່ອເປັນການຮັບປະກັນໃນການປະຕິບັດກົດໝາຍ ໃຫ້ມີຄວາມສັກສິດ ໃນທົ່ວກໍາລັງປະກອບອາວຸດ, ເພື່ອເຜີຍແຜ່ໃຫ້ແກ່ຄະນະພັກ-ຄະນະອໍານວຍການ ແລະ ພາກສ່ວນທີ່ເຮັດວຽກງານປົກປ້ອງກົດໝາຍ ຢູ່ວິທະຍາຄານກົມມະດໍາ ໄດ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ.

ຂ່າວ: ວັນນະເລດ ລໍວັນໄຊ, ພາບ: ຂັນທະລີ ທໍາມະວົງ