ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ VIII ໄດ້ຈັດຂຶ້ນລະຫວ່າງວັນທີ 2-3 ຕຸລາ 2020, ພາຍໃຕ້ຄໍາຂວັນ “ຍົກສູງຄວາມ-ສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຕໍ່ສູ້ຂອງອົງຄະນະພັກແຂວງ; ຂຸດຄົ້ນ ແລະ ເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະ ກໍາລັງແຮງສັງລວມເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາຕາມແນວທາງປ່ຽນແປງໃໝ່ຂອງພັກ ເຮັດໃຫ້ແຂວງຫຼວງພະບາງນັບມື້ນັບໜັກແໜ້ນພັດທະນາຕໍ່ເນື່ອງ, ມີຄວາມຢືນຍົງກ່າວສູ່ທັນສະໄໝ ແລະ ຍຸຕິທໍາ” ໂດຍການເປັນປະທານຂອງ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫຼວງພະບາງ; ເປັນກຽດເຂົ້າຮ່ວມມີ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນ ມີ 264 ສະຫາຍ ຍິງ 30 ສະຫາຍ ເປັນຕົວແທນໃຫ້ສະມາຊິກພັກທົ່ວແຂວງທັງໝົດ 23.909 ສະຫາຍ.

ກອງປະຊຸມໄດ້ເປັນເອກະພາບສູງຕໍ່ການຕີລາຄາດ້ານດີ, ດ້ານອ່ອນ, ຜົນສໍາເລັດທີ່ຍາດມາໄດ້, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ທອດຖອນໄດ້ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ; ໂດຍລວມແລ້ວ, 5 ປີຜ່ານມາ ແຂວງຫຼວງພະບາງສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເສດຖະກິດສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນ ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ; ຜະລິດຕະພັນພາຍໃນບັນລຸ ໄດ້ 35.042 ຕື້ກີບ ສະເລ່ຍ 7.008 ຕື້ກີບຕໍ່ປີ, ອັດຕາຂະຫຍາຍຕົວຂອງເສດຖະກິດເພີ່ມຂຶ້ນ ສະເລ່ຍ 7,3% ຕໍ່ປີ ສະເລ່ຍລາຍຮັບເພີ່ມຂຶ້ນຈາກ 13.900.000 ກີບ ຫຼື 1.746 ໂດລາສະຫະລັດຕໍ່ຄົນຕໍ່ປີ ໃນປີ 2016, ເພີ່ມມາເປັນ 16.800.000 ກີບ ຫຼື 2.110 ໂດລາສະຫະລັດຕໍ່ຄົນຕໍ່ປີ ໃນປີ 2020 ທຽບໃສ່ແຜນການປະຕິບັດໄດ້ 90.80%.

ພ້ອມນິີ້, ກອງປະຊຸມຍັງໄດ້ຮັບຟັງ ການປະກອບຄໍາຄິດ-ຄໍາເຫັນພິຈາລະນາ ຢ່າງເລິກເຊິ່ງ ແລະ ເປັນເອກະພາບກັນຮັບຮອງເອົາບົດລາຍງານການເມືອງແຜນ ພັດທະນາເສດຖະກິດແຕ່ນີ້ຮອດປີ 2025; ພ້ອມນີ້, ຜູ້ແທນກອງປະຊຸມກໍ ໄດ້ໃຊ້ສິດປະຊາທິປະໄຕ ເລືອກເອົາຄະນະບໍລິຫານງານພັກແຂວງຊຸດທີ 8 ເຊິ່ງ ມີຜູ້ສະໝັກ ທັງໝົດ 42 ສະຫາຍ ຍິງ 5 ສະຫາຍ; ເລືອກເອົາ 37ສະຫາຍ ຍິງ 3 ສະຫາຍ ໂດຍກອງປະຊຸມປະຖົມມະ ເລີກເລືອກເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ. ໂດຍເລືອກເອົາ ສະຫາຍ ຄໍາຂັນ ຈັນທະວີສຸກ ເປັນເລຂາ, ສະຫາຍ ວົງສະຫວັນ ເທບພະຈັນ ແລະ ສະຫາຍ ສຸກັນ ບຸນຍົງ ເປັນຮອງເລຂາ, ສະຫາຍ ຄໍາຫຼ້າ ລຽນປະດິດ ເປັນປະ ທານກວດກາພັກ, ສະຫາຍ ສົມໝາຍ ສຸທິວົງ, ສະຫາຍ ຄໍາພວງ ດວງມິນີ; ສະຫາຍ ນາງ ສົມໝາຍ ວິນາກອນ ເປັນ ຮອງປະທານກວດກາພັກ ເພື່ອເປັນຫຼັກແຫຼ່ງແກ່ນສານສືບຕໍ່ນໍາພາຊີວິດການ ເມືອງໃຫ້ໝັ້ນຄົງ ກໍຄືການປົກປັກຮັກສາ ສ້າງສາພັດທະນາແຂວງຫຼວງພະບາງໃນ 5 ປີຕໍ່ໜ້າໃຫ້ກ້າວຂຶ້ນຢ່າງໜັກແໜ້ນ.

ໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ທັດສະນະຊີ້ນໍາຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໂດຍຮຽກຮ້ອງມາຍັງສະຫາຍຄະນະບໍລິຫານງານພັກແຂວງຊຸດໃໝ່; ຈົ່ງພ້ອມກັນສືບຕໍ່ເຊີດຊູຄວາມສາມັກຄີເປັນເອກະພາບຍົກສູງຄວາມເປັນເຈົ້າການຄວາມ ຮັບຜິດຊອບ ແລະ ຄວາມເປັນແບບຢ່າງນໍາໜ້ານໍາເອົາເນື້ອໃນກອງປະຊຸມໃຫ່ຍຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເປັນແຜນ ງານ ໂຄງການ ແລະ ສ້າງນິຕິກໍາລະອຽດຢູ່ ໃນໜ້າທີ່ວຽກງານ ແລະ ຢູ່ໃນຄວາມ ຮັບຜິດຊອບຂອງຕົນໃຫ້ເຂົ້າສູ່ລວງເລິກ ໝາກຜົນຕົວຈິງ.