ໃນອາທິດຜ່ານມາ,

ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ ສັບຊ້ອນພະນັກງານ-ນັກຮົບ ລົງປະຈໍາ ຢູ່ ປກສ ກຸ່ມຊຽງແຂງ, ເປັນປະທານໂດຍ ພັທ ທອງສີ ທຳມະໂກດ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງສິງ, ມີ ພັທ ທອງວັນ ແສງທອງຮັກ ຫົວໜ້າພະແນກ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານ, ຄະນະພັກຮາກຖານກຸ່ມຊຽງແຂງ, ຫົວໜ້າ ປກສ ກຸ່ມບ້ານ ເຂົ້າຮ່ວມ.
ພັທ ພອນແກ້ວ ສິງທະລາ ຫົວໜ້າ ປກສ ກຸ່ມບ້ານຊຽງແຂງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ເມືອງ ສິງ ເລກທີ 3155 ວ່າດ້ວຍການສັບຊ້ອນ ຮອ ຄໍາສາຍ ດວງມະໄລ ແລະ ຮຕ ເພັດ ລາວ ແບແຊ ໄປປະຈໍາການ ປກສ ກຸ່ມ ບ້ານຊຽງແຂງ ພ້ອມທັງສະຫຼຸບຫຍໍ້ວ່າ: ກຸ່ມບ້ານຊຽງແຂງ ປະກອບມີພະນັກ ງານ 7 ສະຫາຍ ມີ 10 ບ້ານຂຶ້ນກັບ ມີ 377 ຫຼັງຄາເຮືອນ, 435 ຄອບຄົວ ມີ ພົນລະເມືອງທັງໝົດ 1.990 ຄົນ ຍິງ 965 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 1.270 ຄົນ ຍິງ 602 ຄົນ, ປະກອບມີ ປກສ ບ້ານ 46 ສະຫາຍ, ຈັດຕັ້ງເປັນ 8 ໝູ່, 3 ໝວດ ແລະ 1 ກອງຮ້ອຍ, ມີ 2 ຊົນເຜົ່າ ຄື: ເຜົ່າ ລື້ ແລະ ເຜົ່າອາຄາ, ປະຊາຊົນສ່ວນຫຼາຍ ແມ່ນຍຶດຖືອາຊີບເຮັດໄຮ່, ເຮັດສວນ, ປູກຢາງພາລາ, ປູກຝັງ-ລ້ຽງສັດ ແລະ ປູກພືດຕ່າງໆ.
ພ້ອມດຽວກັນນີ້, ພັທ ທອງສີ ທໍາ ມະໂກດ ໄດ້ຊີ້ນໍາໃຫ້ຜູ້ທີ່ໄດ້ຮັບໜ້າທີ່ ໃໝ່ຈົ່ງເອົາໃຈໃສ່ເພີ່ມທະວີໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ ເຂັ້ມແຂງ ແລະ ມີຜົນສໍາເລັດຕາມການ ມອບໝາຍ, ເອົາໃຈໃສ່ສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ ແໜ້ນແຟ້ນ, ເປັນຈິດໜຶ່ງໃຈດຽວ ໃຫ້ ການຊ່ວຍເຫຼືອເຊິ່ງກັນແລະກັນ, ມີ ການປືກສາຫາລື, ຄົ້ນຄວ້າແກ້ໄຂບັນ ຫາຢ່າງມີປະຊາທິປະໄຕ, ມຸ້ງໝາຍຜົນສໍາເລັດຂອງວຽກງານເປັນສໍາຄັນ.

ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ; ມີ ພັທ ທອງວັນ ແສງທອງຮັກ ຫົວໜ້າພະແນກ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານ, ຄະນະພັກຮາກຖານກຸ່ມຊຽງແຂງ, ຫົວໜ້າ ປກສ ກຸ່ມບ້ານ ເຂົ້າຮ່ວມ.

ພັທ ພອນແກ້ວ ສິງທະລາ ຫົວໜ້າ ປກສ ກຸ່ມບ້ານຊຽງແຂງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ເມືອງສິງ ເລກທີ 3155 ວ່າດ້ວຍການສັບຊ້ອນ ຮອ ຄໍາສາຍ ດວງມະໄລ ແລະ ຮຕ ເພັດ ລາວ ແບແຊ ໄປປະຈໍາການ ປກສ ກຸ່ມບ້ານຊຽງແຂງ; ພ້ອມທັງສະຫຼຸບຫຍໍ້ວ່າ: ກຸ່ມບ້ານຊຽງແຂງ ປະກອບມີພະນັກງານ 7 ສະຫາຍ; ມີ 10 ບ້ານຂຶ້ນກັບ ມີ 377 ຫຼັງຄາເຮືອນ, 435 ຄອບຄົວ; ມີພົນລະເມືອງທັງໝົດ 1.990 ຄົນ ຍິງ 965 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 1.270 ຄົນ ຍິງ 602 ຄົນ; ປະກອບມີ ປກສ ບ້ານ 46 ສະຫາຍ, ຈັດຕັ້ງເປັນ 8 ໝູ່, 3 ໝວດ ແລະ 1 ກອງຮ້ອຍ, ມີ 2 ຊົນເຜົ່າ ຄື: ເຜົ່າລື້ ແລະ ເຜົ່າອາຄາ; ປະຊາຊົນສ່ວນຫຼາຍ ແມ່ນຍຶດຖືອາຊີບເຮັດໄຮ່, ເຮັດສວນ, ປູກຢາງພາລາ, ປູກຝັງ-ລ້ຽງສັດ ແລະ ປູກພືດຕ່າງໆ.

ພ້ອມດຽວກັນນີ້, ພັທ ທອງສີ ທໍາ ມະໂກດ ໄດ້ຊີ້ນໍາໃຫ້ຜູ້ທີ່ໄດ້ຮັບໜ້າທີ່ ໃໝ່ຈົ່ງເອົາໃຈໃສ່ເພີ່ມທະວີໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ ເຂັ້ມແຂງ ແລະ ມີຜົນສໍາເລັດຕາມການ ມອບໝາຍ, ເອົາໃຈໃສ່ສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ ແໜ້ນແຟ້ນ, ເປັນຈິດໜຶ່ງໃຈດຽວໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ, ມີການປືກສາຫາລື, ຄົ້ນຄວ້າແກ້ໄຂບັນຫາຢ່າງມີປະຊາທິປະໄຕ, ມຸ້ງໝາຍຜົນສໍາເລັດຂອງວຽກງານເປັນສໍາຄັນ.