ໃນວັນທີ 6 ຕຸລາ 2020, ກົມໃຫຍຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີປະກາດໂຍກຍ້າຍ ແລະ ສັບຊ້ອນນາຍຕໍາຫຼວດພາຍໃນກົມ ເພື່ອຕອບສະໝອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນ ສະເພາະໜ້າ ແລະ ຍາວນານ; ເປັນປະທານໂດຍ ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍຕຳຫຼວດ, ມີບັນດາຄະນະພັກ-ຄະນະບັນຊາ ພ້ອມດ້ວຍກົມ, ຫ້ອງ ແລະ ສູນທີ່ຂຶ້ນກັບ ກົມໃຫຍ່ຕຳຫຼວດ ເຂົ້າຮ່ວມ.

ພັທ ນາງ ດຳດວນ ວົງປັນຍາ ຮອງຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກົມໃຫຍ່ຕຳຫຼວດ ວ່າດ້ວຍ ການໂຍກຍ້າຍນາຍຕຳຫຼວດພາຍໃນກົມ ເຊິ່ງໄດ້ໂຍກຍ້າຍແຕ່ລະສະຫາຍດັ່ງນີ້:

  • ຮອ ພົງສະຫວັດ ວອນທານີ ຈາກ ກົມຕຳຫຼວດສືບສວນ-ສອບສວນ ມາ ຫ້ອງພະລາທິການ
  • ຮຕ ວິໄລສັກ ດວງມາລາ ຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ມາກົມຕຳຫຼວດສິ່ງແວດລ້ອມ
  • ພັຕ ທອງໄຊ ຫອມໄມສຸກ ຈາກ ຫ້ອງການເມຶອງ ມາ ກົມຕຳຫຼວດນິຕິວິທະຍາ
  • ພັຕ ນາງ ແຫຼວທອງ ສິງສະຫວ່າງ ຈາກ ກົມຕຳຫຼວດສືບສວນ-ສອບສວນ ແລະ ຮອ ວິໄລສັກ ພິລາຮັກ ຈາກ ຫ້ອງການ ມາ ຫ້ອງການເມືອງ

ພ້ອມນັ້ນ, ກໍໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການສັບຊ້ອນນາຍຕຳຫຼວດ; ໃນນີ້, ຊັບຊ້ອນ ພັຕ ແສງພະຈັນ ແສງສຸວັນ ໃຫ້ ສູນຄວບຄຸມລະບົບວົງຈອນປິດ ແລະ ສັບຊ້ອນໃຫ້ບັນດາກົມ, ຫ້ອງ, ສູນຂຶ້ນກັບກົມ ຄື:

  • ສັບຊ້ອນໃຫ້ກົມຕຳຫຼວດສືບຂ່າວ 4 ສະຫາຍ
  • ກົມຕຳຫຼວດສືບສອບ-ສອບສວນ 6 ສະຫາຍ
  • ກົມຕຳຫຼວດເສດຖະກິດ 5 ສະຫາຍ
  • ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ 6 ສະຫາຍ
  • ກົມຕຳຫຼວດຈະລາຈອນ 7 ສະຫາຍ
  • ກົມຕຳຫຼວດສິ່ງແວດລ້ອມ 3 ສະຫາຍ
  • ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ 2 ສະຫາຍ
  • ກົມຕຳຫຼວດນິຕິວິທະຍາ 2 ສະຫາຍ
  • ຫ້ອງການເມືອງ 3 ສະຫາຍ
  • ກົມຕຳຫຼວດຝຶກແອບ ແລະ ນຳໃຊ້ໝາວິຊາສະເພາະ 4 ສະຫາຍ
  • ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ 7 ສະຫາຍ
  • ຫ້ອງພະລາທິການ 2 ສະຫາຍ
  • ສູນຄວບຄຸມລະບົບວົງຈອນປິດ 3 ສະຫາຍ
  • ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ 2 ສະຫາຍ
  • ກົມຕຳຫຼວດທາງລົດໄຟ 2 ສະຫາຍ

ໃນໂອກາດນີ້, ພົຈວ ປອ ທອງສະຫວັນ ວົງສະຫວັດ ໄດ້ເນັ້ນໃຫ້ພະນັກງານ-ນັກຮົບທີ່ໄດ້ຮັບການໂຍກຍ້າຍ ແລະ ສັບຊ້ອຍໃນຄັ້ງນີ້ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ, ຮັກສາມູນເຊື້ອອັນດີງາມ ແລະ ຫ້າວຫັນໃສ່ທຸກຂົງເຂດວຽກງານປ້ອງກັນຄວາມສະຫງົບ, ເຮັດໃຫ້ການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ, ມີສະຕິ ແລະ ເຂັ້ມງວດໃນການປະຕິບັດລະບຽບວິໄນ ພ້ອມທັງຊອກຮູ້ຮໍ່າຮຽນເພື່ອພັດທະນາຕົນເອງ ໃຫ້ເປັນແບບຢ່າງທີ່ດີໃຫ້ກັບພະນັກງານ-ນັກຮົບ.