ປກສ ເມືອງປະທຸມພອນ ເຜີຍແຜ່ແຈ້ງການ ຫັນກໍາລັງກໍ່ສ້າງຮາກຖານ

0
637

ວັນທີ 5 ຕຸລາ ຜ່ານມາ, ກອງບັນຊາການ ປກສ ເມືອງປະທຸມພອນ ແຂວງຈໍາປາສັກ ເປີດກອງປະຊຸມເຜີຍແຜ່ແຈ້ງການວ່າດ້ວຍຫັນກໍາລັງລົງກໍ່ສ້າງຮາກຖານພາຍໃນເມືອງ,ໂດຍປະທານຂອງ ພັທ ບຸນຖອງ ວົງສະກຸນ ຫົວໜ້າກອງບັນຊາການ ປກສ ເມືອງປະທຸມ,ມີບັນດາຄະນະກອງ ບັນຊາການ, ພອ້ມດ້ວຍພະນັກງານ-ນັກຮົບ ປກສ ພາຍໃນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ,ໄດ້ຮັບຟັງການຜ່ານແຈ້ງການຂອງແຂວງ ແລະ ເມືອງ ວ່າດ້ວຍການແຕ່ງຕັ້ງພະນັກງານຫຼັກແຫຼ່ງຫັນລົງກໍ່ສ້າງຮາກຖານ ຢູ່ 9 ກຸ່ມບ້ານ ພາຍໃນເມືອງ, ໂດຍອີງຕາມທິດຊີ້ນໍາຂອງໄດ້ຄະນະພັກ-ຄະນະກອງບັນ ຊາການປ້ອງກັນຄວາມສະຫງົບ ເມືອງປະທຸມພອນ ໃນຄັ້ງວັນທີ  2 ຕຸລາ 2020 ວ່າດ້ວຍການສຸມໃສ່ວຽກງານປ້ອງກັນກອງປະຊຸມໃຫ່ຍຄັ້ງທີ XIII ຂອງອົງຄະນະພັກແຂວງຈຳປາສັກ ເຊິ່ງຈະໄດ້ຈັດຂຶ້ນໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ, ຮັບປະກັນເຮັດໃຫ້ແຂວງຈຳປາສັກ ມີຄວາມສະຫງົບທາງດ້ານການເມືອງ ແລະ ມີຄວາມເປັນ ລະບຽບຮຽບຮ້ອຍທາງດ້ານສັງຄົມ.

ໂອກາດນີ້, ພັທ ບຸນຖອງ ວົງສະກຸນ ໄດ້ໂອ້ລົມຊີ້ນຳໃຫ້ເອົາໃຈໃສ່ເຮັດວຽກງານສຶກສາຮົບຮົມການເມືອງແນວຄິດ-ໃນຄວາມຮັບ ຜິດຊອບຂອງຕົນໃຫ້ມີແນວຄິດອຸ່ນອຽງທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດຖະບານ, ເປັນແບບຢ່າງທີ່ດີນຳພາໄດ້, ຕ້ອງປະຕິບັດໄດ້ໃນການສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫໍ້ຍທໍ້ບໍ່ໃຫ້ເກີດຂຶ້ນໃນກຳລັງປ້ອງກັນຄວາມສະຫງົບ.