ຮທມ ເປີດການຮຽນ-ການສອນອະນຸປະລິນຍາທິດສະດີ ພ້ອມທັງສະເຫຼີມສະຫຼອງວັນຄູແຫ່ງຊາດ

0
1093

ໂຮງຮຽນທິດສະດີການເມືອງ ປກສ (ຮທມ) ໄດ້ເປີດການຮຽນ-ການສອນອະນຸປະລິນຍາທິດສະດີການເມືອງ-ການບັນຊາຮຸ່ນທີ XV. ພ້ອມ ທັງ, ສະເຫຼີມສະຫຼອງວັນຄູແຫ່ງຊາດ ທີ 7ຕຸລາ ຄົບຮອບ 26 ປີ ຂຶ້ນໃນວັນທີ 6 ຕຸລາ ຜ່ານມາ, ໂດຍການເປັນປະທານຂອງ ພັອ ຊາຍຄອງ ເພັດຊະວົງ ອໍານວຍການໂຮງຮຽນທິດສະດີການເມືອງ ປກສ,ໂດຍມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັທ ຄໍາແວ່ນ ສີຫາລາດ ຮອງອໍານວຍການໂຮງຮຽນທິດສະດີການເມືອງ ປກສ ໄດ້ຂຶ້ນຜ່ານແຜນການເປີດການຮຽນ-ການສອນອະນຸປະລິນ ຍາທິດສະດີການເມືອງ-ການບັນຊາ ຮຸ່ນທີ XV ວ່າ: ນັກສຶກສາອະນຸປະລິນຍາ ທິດສະດີການ ເມືອງ-ການບັນຊາ ຮຸ່ນທີ XV ມີຈໍານວນ 50 ສະຫາຍ ຍິງ 9 ສະຫາຍ ທີ່ມາຈາກບັນດາກົມກອງອ້ອມຂ້າງກະຊວງ ເຊິ່ງຈະໄດ້ຮຽນ 41 ວິຊາ 2 ປີ, ມີ 4 ພາກຮຽນ ລວມມີ 80 ໜ່ວຍກິດ ເທົ່າກັບ1.712 ຊົ່ວໂມງ; ພາກທິດສະດີ ມີ 78 ໜ່ວຍກິດ, ປ້ອງກັນບົດຈົບຊັ້ນ 2 ໜ່ວຍກິດ, ຮຽນຕົວຈິງມີ 936 ຊົ່ວໂມງ, ກຽມສໍາມະນາ 90 ຊົ່ວໂມງ, ສໍາມະນາ 165 ຊົ່ວໂມງ, ໄປທັດສະນະສຶກສາ 42 ຊົ່ວໂມງ, ທວນເສັງ 93 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ ແລະ ສອບເສັງ 175 ຊົ່ວ ໂມງ, ຂຽນບົດຈົບຊັ້ນ 105 ຊົ່ວໂມງ ແລະ ເວລາສໍາຮອງ 70 ຊົ່ວໂມງ ຄາດກະການຈັດຕັ້ງປ້ອງກັນບົດຈົບຊັ້ນ ແລະ ປິດຊຸດຮຽນໃນທ້າຍເດືອນ 6 ປີ 2022.

ໃນວາລະດັ່ງກ່າວ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ກໍໄດ້ຮຽກຮ້ອງມາຍັງ ບັນດາພະນັກງານຄູ-ອາຈານ,ນັກສຶກສາແຕ່ລະສະຫາຍຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ຄື:ການຮຽນ-ການສອນ, ການຮັບໃຊ້ ມີຄວາມອົດທົນຜ່ານຜ່າອຸປະສັກ, ຂໍ້ຫຍຸ້ງຍາກຕ່າງໆ ເພື່ອບັນລຸຕາມລະດັບຄາດໝາຍຂອງແຜນການຮຽນ-ການສອນ.